ຄວາມ​ອາດ​ເປັນ​ໄປ​ໄດ້​ທີ່​ຝົນ​ຕົກ​ໃນ​ເວ​ລາ​ຈັດ​ພິ​ທີ​ໄຂ​ງານ​ກິ​ລາ​ໂອ​ລິມ ປິກ​ປັກ​ກິ່ງ​ແມ່ນ​ຫນ້ອຍ

(GMT+08:00) 2008-07-02 15:38:54 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວ cri:ວັນ​ທີ 2 ມິຖຸນາ​ນີ້ ​ເຈົ້າຫນ້າ​ທີ່​ກົມ​ອຸຕຸນິຍົມ​ຈີນ​ກ່າວ​ໃນ​ກອງ​ປະຊຸມ​ຂ່າວ​ທີ່​ຈັດ​ຂຶ້ນ​ຢູ່​ປັກກິ່ງ​ວ່າ, ​ເຖິງ​ວ່າ​ປີ​ນີ້ ປັກ​ກິ່ງ​ມີ​ຝົນຕົກ​ຫລາຍ​ກວ່າ​ທຸກ​ປີ​ທີ່​ຜ່ານ​ມາກໍ​ຕາມ, ​ແຕ່​​ຝົນຕົກ​ໃນ​ເວລາ​ຈັດ​ພິທີ​ໄຂ​ງານ​ກິລາ​ໂອ​ລິ​ມປິກແມ່ນ​ມີ​ຄວາມອາດ​ເປັນ​ໄປ​ໄດ້​ຫນ້ອຍ​.

ທ່ານ​ຈາ​ຍຜານ​ມ້າວ ຮອງ​ຫົວຫນ້າ​ພະ​ແນ​ກພະຍາກອນ​ແລະ​ຫລຸດ​ໄພ​ຂອງ​ກົມ​ອຸຕຸນິຍົມຈີນ​ກ່າວ​ວ່າ, ​ເດືອນ​ມິຖຸນາ​ປີ​ນີ້,ປະລິມານ​ຝົນຕົກ​ຂອງ​ທົ່ວ​ປະ​ເທດ​ແມ່ນ​ຫລາຍ​ກວ່າ​ຫມູ່​ໃນ 10 ປີ​ມາ​ນີ້,ປະລິມານ​ຝົນຕົກ​ຢູ່​ພາກ​ໃຕ້​​ແມ່ນ​ສູງ​ທີ່ສຸດ​ແຕ່​ປີ 1951 ​ເປັນຕົ້ນມາ.​ໃນ​ໄລຍະ​ມໍ່ໆ​ມາ​ນີ້, ປັກ​ກິ່ງ​ກໍ່​ມີ​ຝົນຕົກ​ອ່າວ​ຫລາຍ,ສາ​ເຫດ​ແມ່ນ​ຍ້ອນ​ວ່າ​ປັດຈຸບັນ, ຢູ່​​ພາກ​ເຫນືອ​​ແມ່ນ​ໄລຍະ​ທີ່​ອາກາດ​ອຸ່ນ​ກັບ​ອາກາດ​ເຢັນ​ມາ​ພົບ​​ກັນ,​ແຕ່​ສະພາບ​ການ​ແນວ​ນີ້​ຈະ​ບໍ່​ກະທົບ​ເຖິງ​ງານ​ກິລາ​ໂອ​ລິ​ມປິກ.

ທ່ານ​ຈາ​ຍຜານມ້າວ​ກ່າວ​ວ່າ,ສັງ​ເກດ​ຈາກ​ສະພາບ​ປົກກະຕິ​ແລ້ວ​ເຫັນ​ວ່າ,ຝົນຕົກ​ໃນ​​ເວລາ​ຈັດ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ແມ່ນ​ມີ​ຄວາມ​ເປັນ​ໄປ​ໄດ້​ຫນ້ອຍ​.ກົມ​ອຸຕຸນິຍົມ​ຈີນ​ຈະ​ຕິດຕາມ​ການ​ປ່ຽນ​ແປງ​ຂອງ​ອາກາດ​ຢ່າງ​ໃກ້ຊິດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>