ດາວ​ທຽມ​ຖ່າຍ​ທອດ​ສົດ​ໜ່ວຍ​ທຳ​ອິດ​ຂອງ​ຈີນ​ຄືຈົ່ງຊີ່​ງ​ເລກ 9 ຜ່ານ​ການ​ກວດ​ສອບໃນ​ໂຄ​ຈອນ​ຢ່າງ​ສຳ​ເລັດ​ຜົນ ​ເລີ່​ມນຳ​ໃຊ້​ຢ່າງ​​ເປັນ​ທາງ​ການ

(GMT+08:00) 2008-07-14 18:34:28 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວ​ສານ​ຊີ​ນຮວາ:ດາວ​ທຽມ​ຖ່າຍ​ທອດ​ສົດ​ໜ່ວຍ​ທຳ​ອິດ​ຂອງ​ຈີນ​ຄື​ຈົ່ງຊີ່​ງ​ເລກ 9 ​ໄດ້​ຜ່ານການ​ກວດ​ສອບໃນ​ໂຄຈອນ​ທຸກ​ລາຍ​ຢ່າງສຳ​ເລັດ​ຜົນ,​ເລີ່​ມນຳ​​ໃຊ້​ຢ່າງ​ເປັນ​ທາງ​ການ.ປະຊາກອນ​ອັນ​ໄພສານ​ທີ່ຢູ່​ເຂດ​ຫ່າງ​ໄກ​ສອກຫຼີກຂອງ​ຈີນ​ໃຊ້​ຫຼັກອັງ​ແຕນ​ຂະໜາດ​ນ້ອຍ​ກໍ່​ສາມາດ​ຮັບ​ເບິ່ງ​ລາຍການ​ໂທລະພາບ​ງານ​ກິລາ​ໂອ​ລິ​ມປິກ.

ດາວ​ທຽມ​ຖ່າຍ​ທອດ​ສົດ​ຈົ່ງຊີ່​ງ​ເລກ 9 ​ແມ່ນ​ດາວ​ທຽມ​ສື່ສານ​ທີ່​ຖື​ວຽກ​ງານ​ຖ່າຍ​ທອດ​ສົດ​ເປັນ​ຫຼັກ​ໜ່ວຍ​ທຳ​ອິດ​ຂອງ​ຈີນ,​ໃນ​ດ້ານ​ເຕັກນິກ,​ໄດ້​ແກ້​ໄຂ​ບັນຫາ​ທີ່​ປະຊາຊົນ​ຢູ່​ເຂດ​ຫ່າງ​ໄກ​ສອກຫຼີກ​ຂອງ​ຈີນ​ຮັບ​ຟັງ​ວິທະຍຸ​ແລະ​ຮັບ​ເບິ່ງ​ໂທລະ​ພາບ​ຍາກ​ຈາກ​ດ້ານ​ກົກ​ຮາກ.ດາວ​ທຽມ​ຖ່າຍ​ທອດ​ສົດສາມາດ​ອອກ​ອາກາດ​ລາຍການຫຼາ​ຍຊ່ອງ,​ແລະ​ມີ​ຄຸນ​ນະພາ​ບດີ,​ແມ່ນ​ຮູບ​ການ​ທີ່​ປະຢັດ​ເງິນ​ກວ່າ​ໝູ່ ສະ​ດວກ​ກວ່າ​ໝູ່​ແລະ​ມີ​ປະສິດທິ​ພາບກວ່າ​ໝູ່​ໃນ​ການ​ຮັບ​ຟັງ​ວິທະຍຸ​ແລະ​ຮັບ​ເບິ່ງ​ໂທລະພາບ​ຢູ່​ຊົນນະບົດເຂດ​ຫ່າງ​ໄກ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>