ຫນັງສືພິມເຢິນມີນປຶ້ປ້າວຂອງຈີນພິມບົດວິຈານຊີ້ອອກວ່າການຈັດງານກິລາໂອລິມປິກໃຫ້ສຳເລັດຜົນແມ່ນກຽດສັກສີແລະຫນ້າທີ່ຮ່ວມຂອງປະຊາຊົນຈີນ
(GMT+08:00) 2008-07-28 15:33:46 cri
-----------------------------------------------------------------------------------------------------------------

ຕາມຂ່າວ cri:ຫນັງສືພິມເຢີນມີນຢື້ປ້າວຂອງຈີນສະບັບວັນທີ 28 ກໍລະກົດນີ້ໄດ້ພິມບົດຄວາມຂອງນັກວິຈານທີ່ພາດຫົວເລື່ອງວ່າແມ່ນກຽດສັກສີແລະຍິ່ງແມ່ນຫນ້າທີ່ຮັບຜິດຊອບ.ບົດຄວາມຊີ້ອອກວ່າ, ການຈັດງານກິລາໂອລິມປິກແລະງານກິລາໂອລິມປິກຄົນພິການປັກກິ່ງໃຫ້ເປັນງານກິລາສາກົນອັນມະໂຫລານທີ່ປະຊາຄົມໂລກພໍໃຈ ນັກກິລາປະເທດຕ່າງໆພໍໃຈແລະປະຊາຊົນພໍໃຈນັ້ນແມ່ນກຽດສັກສີແລະຫນ້າທີ່ຮ່ວມຂອງປະຊາຊົນຈີນ.
ບົດຄວາມກ່າວວ່າ, ການຈັດງານກິລາໂອລິມປິກປັກກິ່ງໃຫ້ສຳເລັດຜົນແມ່ນຕິດພັນກັບປະຊາຊົນອັນກວ້າງໃຫຍ່ໄພສານຢ່າງແຫນ້ນແຟ້ນ.ຍ້ອນມີປະຊາຊົນທົ່ວໄປຕັ້ງຫນ້າສະຫນັບສະຫນຸນແລະຫ້າວຫັນເຂົ້າຮ່ວມ,ວຽກງານກຽມຈັດງານກິລາໂອລິມປິກປັກກິ່ງຈິ່ງໄດ້ດຳເນີນໄປຢ່າງສະດວກຕະຫລອດມາ, ແລະໄດ້ຮັບການຕີລາຄ່າສູງຈາກປະຊາຄົມໂລກ.
ບົດຄວາມຊີ້ອອກວ່າ, ງານກິລາໂອລິມປິກປັກກິ່ງມໍ່ຈະຈັດຂຶ້ນໃນໄວໆນີ້ແລ້ວ,ຝ່າຍຕ່າງໆທີ່ກ່ຽວຂ້ອງຕ້ອງອອກແຮງເຮັດວຽກກະກຽມກ່ອນຈັດການແຂ່ງຂັນແລະວຽກງານໃນໄລຍະຈັດການແຂ່ງຂັນໃຫ້ດີ, ເພື່ອຈັດງານກິລາໂອລິມປິກຄັ້ງນີ້ໃຫ້ມີຈຸດພິເສດແລະມີລະດັບສູງ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ