ງານ​ກິ​ລາ​ໂອ​ລິມ​ປິກ​ຂ້ຽວ​ເລັ່ງ​ບາດ​ກ້າວ​ພັດ​ທະ​ນາ​ຂອງ​ນະ​ຄອນ​ປັກ​ກິ່ງ

(GMT+08:00) 2008-08-03 17:26:53 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວ CRI: ວັນ​ທີ 3 ສິງຫາ​ນີ້, ​ຢູ່​ທີ່​ປັກ​ກິ່ງ, ໃນ​ກອງ​ປະຊຸມ​ຖະ​ແຫຼງຂ່າວ​ທີ່​ຈັດ​ຂຶ້ນ​ຢູ່​ສູນ​ຂ່າວ​ສາກົນ, ທ່ານ​ວາງ​ຫາຍ​ພີ​ງ ຮອງ​ປະທານ​ຄະນະ​ກຳມະການ​ພັດທະນາ​ແລະ​ປະຕິ​ຮູບ​ນະຄອນ​ປັກ​ກິ່ງ​ກ່າວ​ວ່າ, ຈັດ​ງານ​ກິລາ​ໂອ​ລິ​ມປິກ​ໄດ້​ຂ້ຽວ​ເລັ່ງບາດກ້າວ​ພັດທະນາ​ຂອງ​ນະຄອນ​ປັກ​ກິ່ງ, ​ໄດ້​ຊັກ​ນຳ​​ການ​​ເຕີບ​ໂຕ​ຂອງ​ການ​ລົງ​ທຶນຕໍ່​ພື້ນຖານ​ໂຄງ​ລ່າງ​ແລະ​ການ​ບໍລິ​ໂພກ, ​ໄດ້​ຊຸກ​ຍູ້​ການ​​ເປີດ​ປະຕູ​ສູ່​ພາຍ​ນອກ​ແລະ​ການ​ຮ່ວມ​ມື​ກັບ​ສາກົນ​ຂອງ​ນະຄອນ​ປັກ​ກິ່ງ, ​ແລະເຮັດ​ໃຫ້​ປະຊາຊົນ​ທົ່ວ​ນະຄອນ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດ.

ທ່ານ​ວາງ​ຫາຍ​ພີ​ງຊີ້​ອອກ​ວ່າ, ປີ 2007, ລວມຍອດ​ປະລິມານ​ເສດຖະກິດ​ຂອງ​ນະຄອນ​ປັກ​ກິ່ງ​ໄດ້​ເພີ່ມ​ຂຶ້ນ 1 ​ເທົ່າ​ເມື່ອ​ທຽບ​ໃສ່​ 7 ປີ​ກ່ອນ, ສະ​ເລ່ຍ​ແລ້ວ, ​ເພີ່ມ​ຂຶ້ນ​ປີ​ລະ 12,4%, GDP ສະ​ເລ່ຍຕາມ​ຫົວ​ຄົນກໍ່​ໄດ້​ເພີ່ມ​ຈາກ 3262 ​ໂດ​ລາ​ໃນ 7 ປີ​ກ່ອນ​ຂຶ້ນເປັນ 7654 ​ໂດ​ລາ, ຄາດ​ວ່າ, ປີ​ນີ້​ຈະຫຼາຍກວ່າ 8000 ​ໂດ​ລາ. ​ໃນ 7 ປີ​ມາ​ນີ້, ລາຍ​ໄດ້​ທີ່​ໃຊ້​ຈ່າຍ​ໄດ້ທີ່​ສະ​ເລ່ຍຕາມ​ຫົວ​ຄົນ​ຂອງ​ປະຊາຊົນ​ໃນ​ນະຄອນ​ເພີ່ມ​ຂຶ້ນ 10% ຂຶ້ນ​ໄປ.

ທ່ານ​ວາງ​ຫາຍ​ພີ​ງກ່າວ​ວ່າ, ​ໃນຫຼາຍປີ​ມາ​ນີ້, ອົງ​ປະກອບ​ຂອງ​ອຸດສາ​ຫະກຳ​ນະຄອນ​ປັກ​ກິ່ງ​ດີກ​ວ່າ​ເກົ່າ, ມາດຕາ​ສ່ວນ​ຂອງ​ມູນ​ຄ່າ​ເພີ່ມຂອງ​ຂະ​ແໜງ​ການ​ບໍລິການ​ໃນ GDP ​ໄດ້​ສູງ​ຂຶ້ນ​ຮອດ​ຫຼາຍ​ກວ່າ 70%. ປັກ​ກິ່ງ​ຍັງ​ໄດ້​ຕັ້ງໜ້າ​ປະຕິບັດ​ຕາມ​ທັດສະນະ​ຄະຕິ​ໂອ​ລິ​ມປິກ​ສີຂຽວ, ວຽກ​ງານ​ປະຢັດ​ພະ​ລັງ​ງານ, ຫຼຸດການ​ສິ້ນ​ເປືອງ​ພະລັງງານ​ແລະຫຼຸດການ​ລະບາຍ​ໃຫ້​ໜ້ອຍ​ລົງ​ນັ້ນໄດ້​ຮັບ​ຜົນ​ຢ່າງ​ເດັ່ນ​ຊັດ, ປີ 2007, ການ​ສິນ​ເປືອ​ນພະລັງງານ​ຕໍ່ GDP ​ແຕ່ລະ​ໝື່ນ​ຢວນ​ໄດ້ຫຼຸດລົງ 6% ​ເມື່ອ​ທຽບ​ໃສ່​ປີ 2006, ການ​ສິ້ນ​ເປືອງ​ພະລັງງານ​ສັງ​ລວມ​ເປັນ​ລະດັບ​ຕ່ຳ​ກວ່າ​ໝູ່​ໃນ​ທົ່ວປະ​ເທດ, ມາດຕາ​ສ່ວນ​ການ​ບໍລິ​ໂພກ​ພະ​ລັງ​ງານ​ຄຸນ​ນະພາ​ບດີ​ເຊັ່ນ ພະລັງງານ​ໄຟຟ້າ, ອາຍ​ແກ​ສທຳ​ມະ​ຊາດ​ເປັນ​ຕົ້ນ​ໄດ້​ຫຼາຍ​ກວ່າ 60%.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>