ກົມ​ພະ​ລັງ​ງານ​ແຫ່ງ​ຊາດ​ຈີນ​ເປີດ​ປ້າຍ​ຢ່າງ​ເປັນ​ທາງ​ການ

(GMT+08:00) 2008-08-08 12:59:09 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວສານ​ຊິ່ນ​ຮວາ: ວັນ​ທີ 8 ສິງຫາ​ນີ້​, ກົມ​ພະ​ລັງ​ງານ​ແຫ່ງ​ຊາດ​ຈີນ​ຈັດ​ພິທີ​ເປີດ​ປ້າຍ​ຢ່າ​ງ​ເປັນ​ທາງ​ການ, ​ເປັນ​ຂີດໝາຍ​ສະ​ແດງ​ໃຫ້​ເຫັນ​ວ່າ, ອົງການ​ຄຸ້ມ​ຄອງ​ຂະ​ແໜງ​ການ​ພະລັງງານ​ຂອງ​ລັດ​ຖະບານ​ໄດ້​ເຂົ້າ​ສູ່​ການ​ປະຕິບັດ​ວຽກ​ງານຢ່າງ​ເປັນ​ປົກກະຕິ​ແລ້ວ.

ໜ້າ​ທີ່​ພາລະ​ບົດບາດ​ຂອງ​ກົມ​ພະລັງງານ​ແຫ່ງ​ຊາດ​ແມ່ນ: ວາງ​ຍຸດ​ທະ​ສາດ, ​ແຜນການ​ແລະ​ນະ​ໂຍບາຍ​ພັດທະນາ​ພະລັງງານ, ວາງ​ຂໍ້ສະ​ເໜີ​ກ່ຽວກັບ​ການ​ປະຕິ​ຮູບ​ໂຄງ​ປະກອບ​ທີ່​ກ່ຽວຂ້ອງ, ​ຄຸ້ມ​ຄອງ​ພະລັງງານ​ຕ່າງໆ, ​ເຊັ່ນ: ນ້ຳມັນ​ເຊື້ອ​ໄຟ, ອາຍ​ແກ​ສທຳ​ມະ​ຊາດ, ຖ່ານ​ຫີນ, ພະ​ລັງ​ງານ​ໄຟຟ້າ​ເປັນ​ຕົ້ນ, ຄຸ້ມ​ຄອງ​ການ​ສະ​ສົມ​ນ້ຳມັນ​ເຊື້ອ​ໄຟ​ແຫ່ງ​ຊາດ, ສະ​ເໜີ​ນະ​ໂຍບາຍ​ແລະ​ມາດ​ຕະ​ການ​ຂອງ​ການ​ພັດທະນາ​ພະ​ລັງ​ງານ​ໃໝ່​ແລະການ​ປະຢັດ​ພະລັງງານ​, ຮ່ວມ​ມື​ກັບສາກົນ​ໃນ​ດ້ານ​ພະລັງງານ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>