ທ່ານ​ໂຣ​ເກ​ຍ້ອງ​ຍໍ​ພິ​ທີ​ໄຂ​ງານ​ກິ​ລາ​ໂອ​ລິມ​ປິກ​ປັກ​ກິ່ງ​ໃນ​ລະ​ດັບ​ສູງ

(GMT+08:00) 2008-08-09 14:26:57 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວ CRI: ວັນ​ທີ 9 ສິງຫາ​ນີ້, ​ໃນ​ກອງ​ປະຊຸມ​ປະສານ​ງານ​ຂອງ​ຄະນະ​ກຳມະການ​ໂອ​ລິ​ມປິກ​ສາກົນແລະ​ຄະນະ​ກຳມະການ​ຈັດ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ທີ່​ຈັດ​ຂຶ້ນ​ຢູ່​ປັກ​ກິ່ງ, ທ່ານ​ຈາ​ຄຸຍ​ສ ​ໂຣ​ເກ ປະທານ​ຄະນະ​ກຳມະການ​ໂອ​ລິມປິກ​ສາກົນ​ໄດ້​ຕີ​ລາຄາ​ໃນ​ລະດັບ​ສູງ​ຕໍ່​ພິທີ​ໄຂ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ.

ນາງ​ກິ​ເຊ​ລີ ດາ​ວິສ ​ໂຄສົກ​ຄະນະ​ກຳມະການ​ໂອ​ລິ​ມປິກ​ສາກົນ​ກ່າວ​ວ່າ, ​ໃນ​ກອງ​ປະຊຸມ​ປະສານ​ງານ, ທ່ານ​ໂຣ​ເກ​ໄດ້​ສະ​ແດງ​ຄວາມ​ອວຍພອນ​ແລະ​ຄວາມ​ຕື່ນ​ເຕັ້ນ​ຂອງ​ທ່ານ​ທີ່​ມີ​ຕໍ່​ພິທີ​ໄຂ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ອັນ​ດີ​ເລີດ, ​ແລະ​ກ່າວ​ວ່າ, ທ່ານ​ກັບ​ກຳ​ມະ​ການ​ຂອງ​ຄະນະ​ກຳ​ມະ​ການ​ໂອ​ລິ​ມປິກ​ສາກົນ​ອື່ນໆ, ຮູ້ສຶກ​ຕື່ນ​ເຕັ້ນ​ໃຈ​ຕໍ່​ພິທີ​ໄຂ​ງານ.

"ທ່ານ​ປະທານ​ໂຣ​ເກ​ກ່າວ​ວ່າ, ນີ້​ແມ່ນ​ພິທີ​ໄຂ​ງານ​ທີ່​ດີ​ເລີດຫຼາຍ, ​ເອົາ​ແນວ​ຄິດປະດິດ​ສ້າງ​ກັບ​ວັດທະນະທຳ​ແລະ​ປະຫວັດສາດ​ປະສົມ​ກັນ, ​ແລະ​ໄດ້​ໃຊ້​​ໄຮ​ເທັກ, ສະ​ແດງ​ປະຫວັດສາດ 5 ພັນ​ປີ​ຂອງ​ຈີນ​ຕໍ່​ທົ່ວ​ໂລກ, ນີ້​ກໍ່​ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ລະດັບດີ​ເລີດ​ໃນ​ການ​ຈັດ​ຕັ້ງ​ງານ​ກິລ​າ​ໂອ​ລິ​ມປິກ​ເທື່ອ​ນີ້."
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>