ທ່ານ​ຫູ​ຈີນ​ທາວ​ພົບ​ປະ​ຜູ້​ນຳ​ອາ​ຊີ​ກາງ​ແລະ​ເຂດ​ນອກ​ຄາວ​ຄາ​ເຊຍ​ຈຳ​ນວນ​ໜຶ່ງ

(GMT+08:00) 2008-08-09 15:15:57 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວ CRI: ວັນ​ທີ 9 ສິງຫາ​ນີ້, ທ່ານ​ຫູ​ຈີນ​ທາວ ປະທານ​ປະ​ເທດ​ຈີນ​ໄດ້​ພົບ​ປະ​ທ່ານ​ກູ​ບັນ​ຄູ​ລີ ​ເບີ​ດີ​ມູຮາ​ເມ​ດົ​ຟ ປະທາ​ນາທິ​ບໍດີ​ຕົວ​ເມ​ນີສະຖານ, ທ່ານ​ຄູ​ມັນ​ເບັກ ບາ​ຄີ​ເຢຟ ປະທາ​ນາທິ​ບໍດີ​ກຽກກີ​ຊີ​ສະຖານ, ທ່ານ​ເຊ​ຊີ ຫາ​ຄິສຊຽນ ປະທາ​ນາທິ​ບໍດີ​ອາກ​ເມ​ນີ, ທ່ານ​ອິວຮາມ ອາ​ລິ​​ເຢຟ ປະທາ​ນາທິ​ບໍດີ​ອາ​ແຊັກ​ບາ​ຢຽນ, ທ່ານ​ເອ​ໂມ​ມາລີ ຣັກມົນ ປະທາ​ນາທິ​ບໍດີ​ຕັກ​ຊີ​ກິ​ສະຖານ​ທີ່​ມາ​ເຂົ້າ​ຮ່ວມ​ພິທີ​ໄຂ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ.

ທ່ານ​ຫູ​ຈີນ​ທາວ​ກ່າວ​ວ່າ, ຈີນ​ຍິນ​ດີ​ພ້ອມກັນ​ທຳ​ຄວາມ​ພະ​ຍາ​ຍາມ​ກັບ 5 ປະ​ເທດ​ດັ່ງກ່າວ, ຍົກ​ສູງ​ການ​ພົວພັນ​ສອງ​ຝ່າຍ​ໃຫ້​ຮອດ​ລະດັບ​ໃໝ່.

ຜູ້ນຳ 5 ປະ​ເທດ​ຊົມ​ເຊີຍ​ພິທີ​ໄຂ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ໄດ້​ຈັດ​ຂຶ້ນ​ຢ່າງ​ສຳ​ເລັດ​ຜົນ, ຂອບ​ໃຈ​ລັດຖະບານ​ແລະ​ປະຊາຊົນ​ຈີນ​ທີ່​ໄດ້​ທຳ​ຄວາມ​ພະຍາຍາມ​ເພື່ອ​ຈັດ​ງານ​ກິລາ​ໂອ​ລິມ​ປິກ. ຜູ້ນຳ 5 ປະ​ເທດ​ດັ່ງກ່າວກ່າວ​ວ່າ, ຈະ​ສືບ​ຕໍ່​ເພີ່ມ​ທະວີ​ການ​ຮ່ວມ​ມື​ແບບຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ​ກັບ​ຈີນໃນ​ຂົງ​ເຂດ​ຕ່າງໆ, ຊຸກ​ຍູ້​ໃຫ້ການ​ພົວພັນ​ສອງ​ຝ່າຍ​ພັດທະນາ​ກ້າ​ວ​ໄປໜ້າ​ຢ່າງ​ບໍ່​ຢຸດ​ຢັ້ງ​.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>