ຈຳ​ນວນ​ອຸ​ປະ​ກອນ​ທີ່​ໃຊ້​ໃນ​ພິ​ທີ​ໄຂ​ງານ​ກິ​ລາ​ໂອ​ລິມ​ປິກ​ປັກ​ກິ່ງ​ແມ່ນ​ຫຼາຍ​ທີ່​ສຸດ​ໃນ​ປະ​ຫວັດ​ສາດ​ງານ​ກິລາ​ໂອ​ລິມ​ປິກ

(GMT+08:00) 2008-08-09 16:40:20 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວ CRI: ວັນ​ທີ 9 ສິງຫາ​ນີ້, ຢູ່​ທີ່​ປັກ​ກິ່ງ, ທ່ານ​ວາງ​ນິງ ຫົວໜ້າ​ສູນ​ຄຸ້ມ​ຄອງ​ພິທີ​ໄຂ​ແລະ​ປິດ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ກ່າວ​ວ່າ, ຈຳນວນ​ອຸປະກອນ​ແລະ​ເຕັກ​ນິກ​ທີ່​ໃຊ້​ໃນ​ພິທີ​ໄຂ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ແມ່ນ​ຫຼາຍ​ທີ່​ສຸດ​ໃນ​ປະຫວັດ​ສາດ​ງານ​ກິລາ​ໂອ​ລິ​ມປິກ.

ມື້​ດຽວ​ກັນ, ​ໃນ​ກອງ​ປະຊຸມຂ່າວທີ່​ຈັດ​ຂຶ້ນ​ຢູ່​ສູນ​ຂ່າວ​ສາກົນ​ປັກ​ກິ່ງ, ທ່ານ​ວາງ​ນິງກ່າວ​ວ່າ, ​ອຸ​ປະ​ກອນ​ແລະ​ເຄື່ອງ​ສະ​ແດງ​ຂອງ​ພິທີ​ໄຂ​ງານ​ໂອ​ລິ​ມປິກ​ປັກ​ກິ່ງ​ໜັກ​ເຖິງ 2000 ກວ່າ​ໂຕນ, ລວມ​ທັງ​ຈໍ​ເອ​ເລັກ​ໂຕຼນິກຂະໜາດ​ໃຫຍ່​ຢູ່​ໜ້າດິນ, ​ເວທີ​ເຄື່ອນ​ທີ່, ​ເຄື່ອງ​ຈັກ​ຂຶ້ນ​ລົງ​ຂອງເວທີ​ໃຕ້​ດິນ, ​ແລະ​ຈໍ​ໃຫຍ່,  ​ທາດ​ທວນ​ໄຟທີ່​ຕິດ​ຕັ້ງ​ຕາມ​ອົງ​ປະກອບ​ພິ​ເສດ​ຂອງ​ຫໍ​ກິລາ "ຮັງນົກ"​ເປັນ​ຕົ້ນ. ຄວາມ​ສັບສົນ​ແລະ​ຈຳນວນ​ອຸປະກອນ​​ແລະ​ເຕັກນິກ​ແມ່ນ​ບໍ່​ເຄີຍ​ມີ​​ມາ​ກ່ອນ.

ທ່ານ​ວາງ​ນີງຍັງ​ເຜີຍ​ໃຫ້​ຮູ້​ວ່າ, ຜູ້​ເຂົ້າ​ຮ່ວມ​ການສະ​ແດງ​ມີ 2 ໝື່ນ 2 ພັນ​ຄົນ, ​ເຄື່ອງ​ໜຸ່ງມີ 9900 ກວ່າ​ຜືນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>