ສື່​ມວນ​ຊົນ​ປະ​ເທດ​ຕ່າງ​ໆ​ຍ້ອງ​ຍໍ​ພິ​ທີ​ໄຂ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ

(GMT+08:00) 2008-08-09 16:48:35 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວ CRI: ຕອນ​ຄ່ຳ​ວັນ​ທີ 8 ສິງຫາ​ນີ້, ພິທີ​ໄຂ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ທີ່​ປະຈັກ​ຕາ​ທົ່ວ​ໂລກ​ໄດ້​ຈັດ​ຂຶ້ນ​ຢ່າງ​ໃຫຍ່​ໂຕ​ມະ​ໂຫລານ, ພິທີ​ໄຂ​ງານ​ອັນ​ສະຫງ່າ​ງາມ​ໄດ້ຮັບ​ຄວາມ​ຍ້ອງຍໍ​ທົ່ວ​ໄປ​ຈາກ​ສື່​ມວນ​ຊົນ​ປະ​ເທດ​ຕ່າງໆ, ​ໂດຍ​ກ່າວ​ວ່າ, ພິ​ທີ​ໄຂ​ງານ​ໄດ້ບັນ​ລະ​ຍາຍ​ວັດທະ​ນະທຳ​ດັ້ງ​ເດີມ​ຂອງ​ຈີນຢ່າງ​ຈົບງາມ, ​ເຮັດ​ໃຫ້​ຄົນ​ເຕັມ​ໄປ​ດ້ວຍ​ຄວາມ​ຄອງ​ຄອຍ​ຕໍ່​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ.

ວັນ​ທີ 8 ສິງຫາ​ນີ້, ສື່ມວນ​ຊົນ​ແບນ​ຊິກ​ໄດ້​ແຈ້ງ​ຂ່າວ​ແລະ​ຕີ​ລາຄາ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ຢ່າງ​ຕັ້ງໜ້າ, ​ໂດຍ​ຂຽນ​ວ່າ, ພິທີ​ໄຂ​ງານ​ກິລາ​ໂອ​ລິ​ມປິກ​ດີ​ເລີດ​ແລະ​ສະຫງ່າ​ງາມ, ​ໄດ້​ມອບ​ລາຍການ​ວັດທະ​ນະທຳ​ຈີນທີ່​ເລິກ​ລັບໃຫ້​ທົ່ວ​ໂລກ.

ວັນ​ທີ 8 ສິງຫາ​ນີ້, ສື່​ມວນ​ຊົນ​ອິນ​ເດຍ​ໄດ້​ແຈ້ງຂ່າວ​ກ່ຽວ​ກັບ​ພິທີ​ໄຂ​ງານ​ກິລາ​ໂອ​ລິ​ມປິກ​ຢ່າງ​ຮອບດ້ານ. ​ໂທ​ລະ​ພາບ​ອິນ​ເດຍ​ຫຼາຍ​ແຫ່ງ​ກໍ່​ໄດ້​ຖ່າຍ​ທອດ​ສົດ​ຫຼື​ຖ່າຍ​ທອດຕໍ່​ພິທີ​ໄຂ​ງານ​ກິລາ​ໂອ​ລິ​ມປິກ. ສື່​ມວນ​ຊົນຫຼາຍ​ແຫ່ງໄດ້​ຍ້ອງຍໍ​ພິທີ​ໄຂ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ວ່າ​ສະຫງ່າ​ງາມ, ດີ​ເລີດຫຼາຍ, ​​ໄດ້​ສະ​ແດງ​ໃຫ້​ເຫັນ​ວັດທະ​ນະທຳ​ດັ້ງ​ເດີມ​ແລະ​ອາລະຍະ​ທຳ​ບູຮານ​ອັນຮຸ່ງ​ເຮືອງ​ຂອງ​ຈີນຢ່າງ​ເຕັມ​ສ່ວນ.

ສື່​ມວນ​ຊົນ​ສຳຄັນ​ຂອງ​ໂຮນລັງ​ລ້ວນ​ແຕ່​​ໄດ້​ຖ່າຍ​ທອດສົດ​ພິທີ​ໄຂ​ງານ​ ​, ​ເຂົາ​ເຈົ້າ​ພາກັນ​ຍ້ອງຍໍ​ພິທີ​ໄຂ​ງານ​ວ່າສະຫງ່າ​ງາມ, ​ເຮັດ​ໃຫ້​ຄົນ​ຕື່ນ​ຕາ​ຕື່ນ​ໃຈ.

ໜັງສືພິມ​ສຳຄັນຕ່າງໆ​ຂອງ​​ແອັສປາຍສະບັບ​ວັນ​ທີ 9 ສິງຫາ​ນີ້​ລ້ວ​ນ​ແຕ່​ໄດ້​ແຈ້ງ​ຂ່າວ​ກ່ຽວ​ກັບພິທີ​ໄຂ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ດ້ວຍຫຼາຍ​ໜ້າ​, ຍ້ອງຍໍ​ພິທີ​ໄຂ​ງານ​ບໍ່​ມີ​ຂໍ້​ຂາດ​ຕົກ​ບົກ​ຜ່ອງ, ບໍ່​ພຽງ​ແຕ່​ໄດ້ສະ​ແດງ​ໃຫ້​ເຫັນ​ເຖິງ​ຜົນສຳ​ເລັດ​ອັນ​ຈົບງາມ​ຂອງ​ວັດທະນະທຳ​ຈີນ​ດ້ວຍມ້ວນ​ພາບ​ຄື​ກະວີ​ປະຫວັດສາດ, ຍັງ​ໄດ້​ສະ​ແດງ​​ໃຫ້​ເຫັນ​ເຖິງ​ການ​ພົວພັນທີ່​​ໃກ້​ຊິດ​ລະຫວ່າງ​ຄົນ​ຈີນ​ປະຈຸ​ບັນກັບ​ທຳ​ມະ​ຊາດ​ແລະ​ນ້ຳ​ໃຈ​ສູ້​ຊົນ​​ເພື່ອ​ບັນລຸ​ເປົ້າໝາຍ​ໂດຍ​ຜ່ານ​ຄວາມ​ພະຍາຍາມຮ່ວມ​ກັນ.
ສື່​ມວນ​ຊົນ​ສຳຄັນ​ຂອງ​ເຊັກ​ສ່ວນຫຼາຍກໍ່​ໄດ້​ຖ່າຍ​ທອດ​ສົດພິທີ​ໄຂ​ງານ​ໂອ​ລິ​ມປິກ​ປັກ​ກິ່ງ, ຍ້ອງຍໍ​ວ່າ​ລາຍ​ການ​ສະ​ແດງຂອງ​ພິທີ​ໄຂ​ງານ​ແມ່ນ​ລາຍການ​ວັດທະນະທຳ​ຂອງ​ອາລະຍະ​ທຳ​ 5 ພັນ​ປີ​ອັນ​ຮຸ່ງ​ເຮືອງ.​

ສື່​ມວນ​ຊົນຣັດ​ເຊຍ​ແລະ​ອຸຍ​ແກຼນພາກັນ​ພິມ​ບົດ​ຄວາມ​ໂດຍຂຽນ​ວ່າ, ປັກ​ກິ່ງ​ໄດ້​ສະ​ແດງ​ການ​ພັດທະນາ​ຢ່າງວ່ອງ​ໄວ​ຂອງ​ຕົນ​ຕໍ່​ທົ່ວ​ໂລກ.

ວັນ​ທີ 9 ສິງຫາ​ນີ້, ໜັງ​ສື​ພິມ​ລາຍ​ວັນ​ສາກົນ​ຂອງ​ອິນ​ໂດ​ເນ​ເຊຍ​ພິມ​ບົດ​ຄວາມ, ອວຍພອນ​ງານ​ກິລາ​ໂອ​ລິ​ມປິກ​ໄຂ​ຂຶ້ນ​ຢ່າງ​ຟົດ​ຟື້ນ, ​ເຫັນ​ວ່າ, ງານ​ກິລາ​ໂອ​ລິ​ມປິກ​ຈະ​ສະ​ແດງ​ໂສມ​ໜ້າ​ໃໝ່​ຂອງ​ຈີນ​ຕໍ່​ທົ່ວ​ໂລກ.

ວິທະຍຸ​ແລະ​ໂທລະພາບ​ສຳຄັນ​ຂອງ​ປະ​ເທດ​ຕ່າງໆ, ​ເຊັ່ນ: ບຸນ​ກາລີ, ​ເບຼຊີ​ນ​ແລະ​ແຊກ​ບີ​ເປັນ​ຕົ້ນ​ເຫັນ​ໂດຍ​ທົ່ວ​ໄປ​ວ່າ, ພິທີ​ໄຂ​ງານ​ເທື່ອ​ນີ້​ອີ​ເລີດຫຼາຍ, ​ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ວັດທະນະທຳ​ອັນຮຸ່ງ​ເຮືອງ​ແລະ​ກຳລັງ​ເສດຖະກິດ​ແລະ​ການ​ເມືອງ​ທີ່​ພັດທະນາ​ຢ່າງ​ບໍ່​ຢຸດ​ຢັ້ງ​ຂອງຈີນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>