ທ່ານ​ຫູ​ຈີນ​ທາວ​ພົບ​ປະ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຣັດ​ເຊຍ

(GMT+08:00) 2008-08-09 16:53:39 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວ CRI: ວັນ​ທີ 9 ສິງຫາ​ນີ້, ຢູ່​ທີ່​ປັກ​ກິ່ງ, ທ່ານ​ຫູ​ຈີນ​ທາວ ປະທານ​ປະ​ເທດ​ຈີນ​ໄດ້​ພົບກັບ​ປະ​ທ່ານ​ວຼາ​ດີ​ເມຍ ປູ​ຕິນ ນາຍົກ​ລັດຖະ​ມົນຕີ​ຣັດ​ເຊຍ​ທີ່​ມາ​ເຂົ້າ​ຮ່ວມ​ພິທີ​ໄຂງານ​ກິລາ​ໂອ​ລິ​ມປິກ.

ທ່ານ​ຫູ​ຈີນ​ທາວ​ຂອບ​ອົກ​ຂອບ​ໃຈ​ຕໍ່ການ​ສະໜັບ​ສະໜູນ​ຂອງຣັດ​ເຊຍ​ຕໍ່​ການຈັດ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ຂອງ​ຈີນ​.

ທ່ານ​ປູ​ຕິນກ່າວ​ວ່າ, ​ແນວ​ທາງທີ່​ມີ​ໄມຕີ​ຈິດ​ຕໍ່​ຈີນ​ຂອງຣັດ​ເຊຍຈະ​ບໍ່​ປ່ຽນ​ແປງ. ປະຈຸ​ບັນ, ການ​ພົວພັນ​ລະຫວ່າງຣັດ​ເຊຍ​ກັບ​ຈີນ​ຂະຫຍາຍ​ຕົວ​ໄປ​ດ້ວຍ​ດີ, ຣັດ​ເຊຍ​ຍິນ​ດີ​ຍົກ​ການ​ຮ່ວມ​ມື​ຕົວ​ຈິງ​ໃນ​ຂົງ​ເຂດຕ່າງໆ​ລະຫວ່າງ​ສອງ​ປະ​ເທດຂຶ້ນ​ສູ່​ລະດັບ​ໃໝ່.

ທ່ານ​ຫູ​ຈີນ​ທາວ​ສະ​ແດງ​ຄວາມ​ຂອບ​ໃຈ​ຢ່າງ​ຈິງ​ໃຈ​ອີກ​ເທື່ອ​ໜຶ່ງ​ຕໍ່ລັດຖະບານ​ແລະ​ປະຊາຊົນ​ຣັດ​ເຊຍ​ທີ່​ໄດ້​ໃຫ້ການ​ສະໜັບ​ສະໜູນ​ອັນ​ລ້ຳ​ຄ່າ​​ແລະ​ຈິງ​ໃຈ​ຕໍ່​ການ​ກູ້​ໄພ​ແຜ່ນດິນ​ໄຫ​ວ​ເວີ້​ນຊ່ວນ​​ແຂວງ​ເສ​ສວນ. ທ່ານ​ປູ​ຕິນກ່າວ​ວ່າ, ການຊ່ອຍ​ເຫຼືອ​ຂອງ​ຣັດ​ເຊຍ​ແມ່​ນການສະ​ແດງອອກ​ຂອງ​ມິດ​ຕະພາບ​ລະຫວ່າງຣັດ​ເຊຍ​ກັບ​ຈີນ, ນີ້​ແມ່ນ​ສິ່ງ​ທີ່​ປະ​ເທດ​ບ້ານ​ໃກ້​ເຮືອນຄຽງ​ຄວນ​ເຮັດ​.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>