ປະ​ທານ​ປະ​ເທດ​ຫວຽດ​ນາມ​ຍ້ອງ​ຍໍ​ພິ​ທີ​ໄຂ​ງານ​ກິລາ​ໂອ​ລິມ​ປິກ​ປັກ​ກິ່ງ

(GMT+08:00) 2008-08-09 16:57:52 cri
-----------------------------------------------------------------------------------------------------------------


ຕາມ​ຂ່າວ CRI: ​ເມື່ອ​ໄດ້​ເບີ່​ງພິທີ​ໄຂ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ແລ້ວ, ວັນ​ທີ 9 ສິງຫາ​ນີ້, ​ໃນ​ເວລາ​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວວິທະຍຸ​ພວກ​ເຮົາຢູ່​ໂຮມ​ແຮມທີ່​ພັກ, ທ່ານຫງວນ​ມິນ​ຈຽດ ປະ​ທານ​ປະ​ເທດ​ຫວຽດກ່າວ​ວ່າ, ພິທີ​ໄຂ​ງານ​ກິລາ​ໂອ​ລິມປິກ​ປັກ​ກິ່ງມີ​ບັນຍາກາດ​ຟົດ​ຟື້ນ, ສະ​ຫງ່າ​ງາມ, ​ໄດ້​ສ້າງຄວາມ​ຊົງ​ຈັນ​ອັນ​ດີງາມ​ໃຫ້​ແກ່​ທ່ານ.

ທ່ານ​ກ່າວ​ວ່າ, ພິທີ​ໄຂ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ໄດ້​ສ້າງ​ພາບ​ປະ​ທັບ​ໃຈ​ເລິກ​ເຊິ່ງ​ໃຫ້​ທ່ານ, ກ່ອນ​ອື່ນ​ໝົດ​ແມ່ນ​ວິວັດ​ທະນາ​ການອັນ​ຍິ່ງ​ໃຫຍ່​ຂອງ​ຈີນ, ນອກ​ນັ້ນ, ​ວຽກ​ງານ​ຈັດ​ຕັ້ງ​ທີ່​ມີ​ລະດັບ​ສູງ​ຂອງ​ຈີນ, ການ​ຕອບ​ຮັບອັນ​ຕັ້ງໜ້າ​​ຕໍ່​ງານ​ກິລາ​ໂອ​ລິ​ມປິກຂອງ​ຜູ້ນຳ​ປະ​ເທດ​ຕ່າງໆ​ໃນ​ໂລກ, ພິທີ​ໄຕ້​ທວນ​ໄຟ, ບັນຍາກາດ​ອັນ​ຟົດ​ຟື້ນ​ແລະ​ການສະ​ແດງບັ້ງ​ໄຟ​ດອກ​ແລະ​ອື່ນໆ, ກໍ່​ເຮັດ​ໃຫ້​ທ່ານ​ລືມ​ຍາກ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>