ເຫດ​ການ​ລະ​ເບີດ​ຢູ່​ເຂດ​ຊິ່ນ​ຈ່ຽງ​ຈະ​ບໍ່​ມີ​ຜົນ​ສະ​ທ້ອນ​ຫຍັງ​ຕໍ່​ງານ​ໂອ​ລິມ​ປິກ

(GMT+08:00) 2008-08-10 18:32:01 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວ CRI: ວັນ​ທີ 10 ສິງຫາ​ນີ້, ຢູ່​ທີ່​ປັກ​ກິ່ງ, ທ່ານ​ວາງ​ເວີ​ຍ ຮອງ​ປະທານ​ບໍລິຫານ​ງານ​ທັງ​ເປັນ​ເລຂາທິການ​ໃຫຍ່ຂອງ​ຄະນະ​ຈັດ​ຕັ້ງງານ​ໂອ​ລິມປິກ​ປັກ​ກິ່ງກ່າວ​ວ່າ, ​ເຫດການ​ລະ​ເບີດ​ຢູ່​ເຂດ​ຊິ່ນ​ຈ່ຽງ​ໃນ​ຕອນ​ຂ້ອນ​ແຈ້ງ​ມື້​ດຽວ​ກັນ​ບໍ່​ມີ​ຜົນ​ສະທ້ອນ​ຫຍັງ​ຕໍ່​ງານໂອ​ລິ​ມປິກ.

ທ່ານ​ວາງ​ເວີຍ​ກ່າວ​ວ່າ, 2 ​ໂມງ 30 ນາທີ​ຕອນ​ຂ້ອນ​ແຈ້ງ​ວັນ​ທີ 10 ສິງຫາ​ນີ້, ພວກ​ຕ້ອງ​ໂທດ​ຈຳນວນ​ໜຶ່ງ​ຂີ່​ລົດ​ເທັກ​ຊີ​ຫຼອນ​ໂຈມ​ຕີ​ອົງການປ້ອງ​ກັນ​ຄວາມ​ສະຫງົບ​ແຫ່ງ​ໜຶ່ງຢູ່​ເມືອງ​ຄູ​ກາເຂດ​ຊິ່ນ​ຈ່ຽງ, ​ແລະ​ໄດ້​ໂຈມ​ຕີ​ອົງການ​ອຸດ​ສາ​ຫະກຳ​ການ​ຄ້າຂອງ​ທ້ອງ​ຖິ່ນ​ດັ່ງກ່າວ, ​ເຂົາ​ເຈົ້າ​ໄດ້​ທຳ​ລາຍລົດ​ຕຳຫຼວດ 2 ຄັນ, ​ໃນ​ເວລາ​ຍິງ​ກັນ, ຜູ້​ຕ້ອງ​ໂທດ 5 ຄົນ​ຖືກ​ຍິງ​ຕາຍ, ຕຳຫຼວດ 2 ຄົນ​ແລະ​ຜູ້​ປ້ອງ​ກັນ​ຄວາມ​ສະຫງົບ​ຜູ້ໜຶ່ງ​ຖືກ​ບາດ​ເຈັບ. ນີ້ຈະ​ບໍ່​ມີ​ຜົນ​ສະທ້ອນ​ຫຍັງ​ຕໍ່​ງານ​ໂອ​ລິ​ມປິກ. ພ້ອມ​ກັນ​ນັ້ນ, ຈີນ​ຈະ​ເພີ່ມ​ທະວີ​ມາດ​ຕະການ​ປ້ອງ​ກັນ​ຄວາ​ມປອດ​ໄພ​ຢູ່​ເຂດ​ທີ່​ກ່ຽວຂ້ອງ​ຕື່ມ​ອີກ.

ຕໍ່​ຄຳ​ຖາມ​ກ່ຽວ​ກັບ​ການ​ພົວພັນ​ລະຫວ່າງ​ເຫດການ​​ທີ່​ເກີດ​ຂຶ້ນ​ຢູ່​ເຂດ​ຊິ່ນ​ຈ່ຽງກັບ​ງານ​ກິລາ​ໂອ​ລິ​ມປິກ, ທ່ານ​ວາງ​ເວີຍ​ຊີ້​ອອກ​ວ່າ, ນີ້​ບໍ່​ມີ​ການ​ພົວພັນ​​ໃດໆ​ກັບ​ງານ​​ໂອ​ລິ​ມປິກ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>