ເຫດການ​ນັກ​ທ່ອງ​ທ່ຽວ​ອາ​ເມ​ລິ​ກາ​ຖືກ​ໂຈມ​ຕີ​ຕາຍ​ແລະ​ບາດ​ເຈັບ​ແມ່ນ​ເຫດ​ການ​ໂດດ​ດ່ຽວ

(GMT+08:00) 2008-08-10 18:50:31 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວCRI: ວັນ​ທີ10ສິງຫາ​ນີ້ ທ່ານ​ວັງ​ເຫວີຍ ຮອງ​ປະທານບໍລິ​ຫານ​ງານ ທັງ​ເປັນ​ເລຂາທິການ​ໃຫຍ່​​ຄະນະ​ຈັດຕັ້ງງານ​​ໂອ​ລິ​ມປິກ​ປັກ​ກິ່ງ​ໄດ້​ກ່າວ​ໃນ​ກອງ​ປະຊຸມ​ຂ່າວ​ວ່າ,ຄະນະ​ຈັດຕັ້ງງານ​​ໂອ​ລິ​ມປິກ​ປັກ​ກິ່ງ​ຮູ້ສຶກ​ໂສກ​ເສົ້າຕໍ່​ເຫດການ​ນັກ​ທ່ອງທ່ຽວ​ອາ​ເມ​ລິ​ກາ​ຖືກ​ໂຈມ​ຕີຈົນ​ເສຍ​ຊີວິດ​ແລະ​ບາດ​ເຈັບ​ໃນ​ວັນ​ທີ9ສິງຫາ​ນີ້,​ແລະ​ສະ​ແດງ​ຄວາມ​ໄວ້ອາ​ໄລ​ອັນ​ເລິກ​ເຊິ່ງຕໍ່​ຜູ່​​ເສຍ​ຊີວິດ.ພ້ອມ​ກັນນັ້ນ ທ່ານ​ກ່າວ​ວ່າ,ນັກ​ທ່ອງ​ທ່ຽວ​ອາ​ເມ​ລິ​ກາ​ຖືກ​ໂຈມ​ຕີ​ແມ່ນ​ເຫດການ​ໂດດດ່ຽວ.

ທ່ານ​ວັງ​ເຫວີຍ​ກ່າວ​ວ່າ,ຄະນະ​ກຳມະການ​ໂອ​ລິ​ມປິກ​ປັກ​ກິ່ງ​ໄດ້​ສົ່ງ​ຈົດໝາຍ​ທາງ​ການ​ໄປ​ຍັງ​ຄະນະ​ກຳມະການ​ໂອ​ລິ​ມປິກ​ອາ​ເມ​ລິ​ກາ,ສະ​ແດງ​ຄວາມ​ໄວ້ອາ​ໄລ​ແລະ​ຄວາມ​ເສຍ​ໃຈ,​ແລະ​ກ່າວ​ວ່າ​ຈະ​​ພະຍາຍາມ​ສຸດ​ຂີດ​ສະໜອງ​ການ​ຊ່ວຍ​ເຫຼືອ.

ທ່ານ​ວັງ​ເຫວີຍ​ກ່າວ​ວ່າ,ຜູ່ຕ້ອງ​ໂທດ​ທີ່​ໂຈມ​ຕີນັກ​ທ່ອງ​ທ່ຽວ​ອາ​ເມ​ລິ​ກາ ຊື່ວ່າ ຖາງ​ຢົງ​ມີ​ງ,ມາ​ຈາກ​ເມືອງຮາງ​ໂຈ່​ວ​ແຂວງ​ຈ່ຽງຊູ່,ອາຍຸ47ປີ.ລາວ​ມາ​ຮອດ​ປັກ​ກິ່ງ​ໃນ​ວັນ​ທີ1ສິງຫາ​ນີ້.ຍ້ອນ​ວ່າ​ທ້າວ​ນີ້​ຂ້າ​ໂຕ​ຕາຍ​ຫຼັງ​ຈາກ​ຕ້ອງ​ໂທດ,ຈິ່ງ​ບໍ່​ຮູ້​ຈຸດປະສົງ​ກໍ່​ເຫດ​.ຢູ່​ສະຖານ​ທີ່​ຕ້ອງ​ໂທດ,ຜູ່​ປ້ອງ​ກັນ​ຄວາມ​ປອດ​ໄພ​ຂອງ​ຈີນ​ແລະFBIທີ່​ມາ​ຈາກ​ສະຖານທູດ​ອາ​ເມ​ລິ​ກາໄດ້​ສຳ​ຫຼວດ​ເຫດການ​ນີ້​ແລ້ວ,ລ້ວນ​​ແຕ່​ເຫັນ​ວ່າ​ນີ້​ແມ່ນ​ເຫດການ​ໂດດດ່ຽວ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>