ເຂດ​ຕິ​ເບດ​ສົ່ງ​ເສີມ​ໃຫ້​ໃຊ້​ວັດ​ຖຸ​ເຊື້ອ​ໄຟ​ຊີ​ວະ​ພາບ​ທາດ​ແຂງ

(GMT+08:00) 2008-08-10 18:52:57 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວສານ​ຊິ່ນ​ຮວາ: ​ໃນບໍ່​ເທົ່າ​ໃດ​ປີ​ຂ້າງ​ໜ້າ​ນີ້, ​ເຂດ​ຕິ​ເບ​ດຈະ​ໃຊ້​ມາດ​ຕະການ​ແບບ​ບັງຄັບ​ຢູ່​ເຂດ​ທີ່ສິ່ງ​ແວດ​ລ້ອມ​ອ່ອນ​ໄຫວ, ຫ້າມຕັດ​ໄມ້​ເປັນ​ຟືນ, ບັງຄັບ​ໃຫ້​ໃຊ້​ວັດຖຸ​ເຊື້ອ​ໄຟ​ຊີວະ​ພາບ, ​ເພື່ອອະນຸລັກ​ສິ່ງ​ແວດ​ລ້ອມ​ຊີວະ​ພາບ.

ຫວ່າງ​ມໍ່ໆ​ນີ້, ອົງການ​ປົກຄອງ​ເຂດປົກຄອງ​ຕົນ​ເອງ​​ຕິ​ເບ​ດໄດ້​ປະກາດ "ແຜນການ​ພັດທະນາ​ພະລັງງານ​​ແທນ​ຟືນຂອງ​ເຂດປົກຄອງ​ຕົນ​ເອງ​ຕິ​ເບ​ດ", ວາງ​ແຜນ​ນັບ​ແຕ່​ປີ 2009 ​ເປັນ​ຕົ້ນ​ໄປ, ຈະສ້າງ​ໂຮງງານ​ຜະລິດ​ວັດຖຸ​ເຊື້ອ​ໄຟ​ຊີວະ​ພາບ​ທີ່​​ສາມາດ​ຜະລິດວັດຖຸ​ເຊື້ອ​ໄຟ​ 6300 ​ໂຕນ​ຕໍ່​ປີ​ຢູ່​ເມືອງ​ນິງຈີ​ແລະ​ນະຄອນ​ລາຊາບ່ອນ​ລະ​ແຫ່ງ, ປີ 2010, ສົ່ງ​ເສີມ​ໃຫ້ 12 ​ເມືອງ​ແລະ​ຊາວກະສິກອນ 10% ​ໃຊ້​ວັດຖຸ​ເຊື້ອ​ໄຟ​ຊີວະ​ພາບ​ທາດ​ແຂງ. ​ເຂດ​ຕິ​ເບ​ດຈະສົ່ງ​ເສີມ​ໃຫ້​ໃຊ້​ວັດ​ຖະ​ເຊື້ອ​ໄຟ​ຊີວະ​ພາບ​ດ້ວຍຮູບ​ການ​ຕ່າງໆ, ​ເຊັ່ນ: ການ​ສະ​ໜອງ​ສິນຄ້າ, ​ແລະ​ລັດຖະບານ​ໃຫ້​ເງິນ​​ເກື້ອກູນ​ຕໍ່​ລາຄາ​ເປັນ​ຕົ້ນ.

ວັດຖຸ​ເຊື້ອ​ໄຟ​ຊີວະ​ພາບ​ແມ່ນຮູບ​ການ​ນຳ​ໃຊ້​ພະລັງງານ​ແທນ​ຟືນ​ສຳຄັນ​ອັນ​ໜຶ່ງ, ​ແມ່ນ​ເອົາກ້ານ​ພືນ, ນ້ຳ​ຢາງ​ເຈ້ຍ, ຂີ້​ເຫຍື້ອ​​ໃນ​ຊີວິດ​ການ​ເປັນ​ຢູ່​ປຸງ​ແຕ່ງ​ໃຫ້​ເປັນ​​ວັດຖຸ​ເຊື້ອ​ໄຟ​ທາດ​​ແຂງ, ວັດ​ຖຸ​ເຊື້ອ​ໄຟ​ແບບ​ນີ້​ເໝາະ​ໃຊ້​ຢູ່​ເຂດ​ ​ຕາ​ເວັນ​ຕົກສຽງ​ເໜືອ​ຂອງ​ເຂດ​ຕິ​ເບ​ດທີ່​ສູງ​ກວ່າ​ລະດັບ​ໜ້າ​ນ້ຳ​ທະ​ເລ 4000 ​ແມັດ​ຂຶ້ນ​ໄປ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>