ພະ​ລັງ​ຊີ​ວິດ​ແລະ​ອິດ​ທິ​ພົນ​ຂອງ​ເສດ​ຖະ​ກິດ​ແຫ່ງ​ລັດ​ຈີນ​ໄດ້​ເຂັ້ມ​ແຂງ​ຂຶ້ນ​ຕື່ມ

(GMT+08:00) 2008-08-10 21:42:28 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວ CRI: ວັນ​ທີ 10 ສິງຫາ​ນີ້, ທ່ານຫຼີຢົງ​ຢົງ ຫົວໜ້າ​ຄະນະ​ກຳມະການ​ຕິດຕາມ​ຄຸ້ມ​ຄອງ​ຊັບ​ສິນ​​ແຫ່ງ​ລັດ​ຂອງ​ລັດຖະບານ​ຈີນ​ກ່າວ​ວ່າ, ພາຍຫຼັງ​ໄດ້​ດຳ​ເນີນການ​ປະຕິ​ຮູບ​ເປັນ​ເວລາ 5 ປີ​ແລ້ວ, ຈີນ​ໄດ້​ສ້າງ​ຕັ້ງອົງການ​ຕິດຕາມ​ຄຸ້ມ​ຄອງຊັບ​ສິນ​​ແຫ່ງ​ລັດ​ຂັ້ນສູນ​ກາງ, ຂັ້ນ​ແຂວງ​ແລະຂັ້ນ​ນະຄອນ, ພະລັງ​ຊີວິດ​ແລະ​ອິດ​ທິພົນ​ຂອງ​ເສ​ດຖະກິດ​​ແຫ່ງ​ລັດ​ຈີນ​ໄດ້​ເຂັ້ມ​ແຂງ​ຂຶ້ນ.

ທ່ານຫຼີຢົງ​ຢົງ​ແນະນຳ​ວ່າ, ປະຈຸ​ບັນ, ລັດວິ​ສາ​ຫະກິດ​ຈຸດ​ໜັກ​ຂອງ​ຈີນ​ມີ​ຈຳນວນ​ກວ່າ​ເຄີ່ງ​ໜຶ່ງ​ໄດ້​ດຳ​ເນີນ​ການ​ປະຕິ​ຮູບ​ເປັນ​ລະບອບ​ຫຸ້ນ​ສ່ວນ​, ອັດຕາ​ດຳ​ເນີນການ​ປະຕິ​ຮູບ​ແລະ​ການ​ດັດ​ແປງ​ເປັນ​ລະບອບ​ຫຸ້ນ​ສ່ວນ​ຂອງ​ລັດວິ​ສາ​ຫະກິດ​ຂະໜາດ​ນ້ອຍ​ແລະ​ກາງ​ຫຼາຍ​ກວ່າ 90%. ​ໃນ 5 ປີ​ທີ່​ຜ່ານ​ມາ, ຈຳນວນ​ລັດວິ​ສາ​ຫະກິດ​ຂອງ​ຈີນ​ໄດ້​ຫຼຸດລົງ​ເກືອບ 1 ສ່ວນ 3, ​ແຕ່​ລາຍ​ໄດ້​ສະ​ເລ່ຍຕໍ່​ປີ​ໄດ້​ເພີ່ມ​ຂຶ້ນ​ເກືອບ 20%, ຍອດ​ມູນ​ຄ່າ​ຊັບສິນ​ເພີ່ມ​ຂຶ້ນ​ 1500 ຕື້​ຢວນຕໍ່​ປີ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>