ເສນາ​ທິການ​ສູງ​ສຸດ​ກອງທັບ​ປົດ​ປ່ອຍປະ​ຊາ​ຊົນ​ຈີນ​ພົບ​ປະ​ແຂກຕ່າງປະ​ເທດ​ ບ້ານ​ກິ​ລາ​ທະຫານ​ສາກົນ

(GMT+08:00) 2008-08-10 22:44:36 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວສານຈີນ: ວັນ​ທີ10ສິງຫາ​ນີ້ ຢູ່​ປັກ​ກິ່ງ ພົນ​ເອກ​ເສີນ​ປີງ​ເຕີ ເສນາ​ທິການ​ສູງ​ສຸດ​ກອງທັບ​ປົດ​ປ່ອຍປະ​ຊາ​ຊົນ​ຈີນ​ໄດ້​ພົບ​ປະ​ຜູ່​ຮັບຜິດຊອບ​ແລະ​ຫົວໜ້າ​ຄະນະ​ຜູ່​ແທນ​ຂອງ​ບັນດາ​ປະ​ເທດ​ສະມາຊິກ​ສະມາຄົມ​ກິ​ລາ​ທະຫານສາກົນ​ທີ່​ມາ​ເຂົ້າຮ່ວມກິດຈະກຳຢູ່​ບ້ານ​ກິລາ​ທະຫານ​ສາກົນ​ຢູ່​ປັກ​ກິ່ງ.

ບ້ານ​ກິ​ລາ​ທະຫານ​ສາກົນຂອງ​ງານ​ໂອ​ລິ​ມປິກ​ຄັ້ງທີ29​ໄດ້​ໄຂ​ໃນ​ວັນ​ທີ7ສິງຫາ​ນີ້.ນີ້​ແມ່ນ​ສະມາຄົມ​ກິລາ​ທະຫານ​ສາກົນຕັ້ງບ້ານ​ກິລາ​ທະຫານ​ສາກົນ​ເທື່ອ​ທີ4​ໃນ​ປະຫວັດ​ງານ​ໂອ​ລິ​ມປິກ.

ທ່ານ​ເສີນ​ປີງ​ເຕີ​ກ່າວ​ວ່າ,ທະຫານ​ຈີນ​ຫວັງ​ຢາກ​ຢ່າງ​ຈິງ​ໃຈ​ວ່າ ຜ່ານຈາກ​ກິລາ​ໂອ​ລິ​ມ ປິກສາມາດ​ຊຸກຍູ້​ຄວາມ​ເຂົ້າ​ໃຈ​ແລະ​ມິດຕະພາບລະຫວ່າງ​ຄົນ​ກັບ​ຄົນ,ຊຸກຍູ້​ໃຫ້​ມີ​ສັນຕິພາບ​ແລະ​ຄວາມ​ສະຫງົບ​ຕື່ມ​ອີກ.ຈີນ​ສ້າງຕັ້ງບ້ານ​ກິລາ​ທະຫານ​ຢູ່​ປັກ​ກິ່ງ,ກໍ່​ແມ່ນ​ເພື່ອ​ສະໜອງ​ຄວາມ​ສະດວກ​​ໃຫ້​ແກ່​ເຈົ້າໜ້າ​ທີ່ຂອງສະມາຄົມກິ​ລາ​ທະຫານ​ສາກົນ​ແລະຄະນະ​ຜູ່​ແທນ​ປະ​ເທດ​ສະມາຊິກ​ຕ່າງໆ​ມາ​ຮ່ຳຮຽນ​ແລະ​ທັດສະນະ​ສຶກສາ​ງານ​ໂອ​ລິ​ມປິກ,ຊຸກຍູ້​ໃຫ້​ຂະ​ບວນກິລາ​ທະຫານ​ສາກົນ​ພັດທະນາ​ໄປ​ຕື່ມ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>