ລັດຖະບານ​ຈີນ​ວາງ​ນະ​ໂຍ​ບານ​ພິ​ເສດ​ໃຫ້​ເຂດ​ຕິ​ເບດ​ອີກ, ​ເນັ້ນ​ໜັກ​ການ​ເພີ່ມ​ທະ​ວີ​ຄວາມ​ສາ​ມາດ​ໃນ​ການ​ຮັກ​ສາ​ສະ​ຖຽນ​ລະ​ພາບ

(GMT+08:00) 2008-08-11 20:02:10 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວສານ​ຈີນ: ວັນ​ທີ 11 ສິງຫາ​ນີ້, ກອງ​ປະຊຸມ​ຊັ້ນສູງ​ຂອງ​ເຂດ​ຕິ​ເບ​ດ​​ໃຫ້​ຊາບ​ວ່າ, ຫວ່າງ​ມໍ່ໆ​ນີ້, ລັດຖະບານ​ຈີນ​ໄດ້​ອອກ"​ແຜນການ​ກ່ຽວ​ກັບການ​ສະໜັບ​ສະໜູນ​ການ​ພັດ​ທະນາ​ເສດຖະກິດ​​ແລະ​ສັງຄົມ​​ຂອງ​ເຂດ​ຕິ​ເບ​ດ​ໃນ​ໄລຍະ​ມໍ່ໆ​ນີ້". ນີ້​ແມ່ນນະ​ໂຍບາຍ​ພິ​ເສດ​ອີກທີ່​ສູນ​ກາງ​ປະຕິບັດ​ຕໍ່ເຂດ​ຕິ​ເບ​ດຫຼັງຈາກ​ລັດຖະບານ​ກາ​ງວາງ​ນະ​ໂຍບາຍ​ພິ​ເສດຕ່າງໆ​ຕໍ່​ເຂດ​ຕິ​ເບ​ດ​​​ໃນ​ປີ 2007 ​.

ແຜນການ​ດັ່ງກ່າວ​ໄດ້​ແນ​ໃສ່​ບັນຫາ​ຕົ້ນຕໍ​ທີ່​ຕ້ອງ​ແກ້​ໄຂ​ໃນ​ໄລຍະ​ຫຍຸ້ງ​ຍາກ​ພິ​ເສດຂອງ​ເຂດ​ຕິ​ເບ​ດ​ໃນ​ປັດຈຸບັນ​, ​ໄດ້​ວາງ​ນະ​ໂຍບາຍ​ອຸດ​ໜູນ​ໃນ 7 ດ້ານ​ເຊັ່ນ​ການ​ເງິນ​ສູນ​ກາງ​ຈັດ​ທຶນ​ຊ່ອຍ​ແກ້​ໄຂ​ບັນຫາລາຍ​ຮັບ​​ຫຼຸດລົງແລະລາຍ​ຈ່າຍ​ເພີ່ມ​ຂຶ້ນ​ຂອງ​ເຂດ​ຕິ​ເບ​ດ, ຊຸກ​ຍູ້​ໃຫ້​ອຸດສາຫະກຳ​ຕ່າງໆ​ເຊັ່ນ​ການທ່ອງທ່ຽວ​ເປັນຕົ້ນ​ເລັ່ງລັດ​ຟື້ນ​ຟູ​ການ​ພັດທະນາ, ​ເລັ່ງ​ລັດ​ປະຕິບັດໂຄງການ​ຈຸດ​ໜັກ, ສະໜັບສະໜູນ​ການ​ສ້ອມ​ແປງ​ແລະ​ການ​ກໍ່ສ້າງສິ່ງ​ກໍ່ສ້າງ​ສາທາລະນະ, ​ເຮັດ​ໃຫ້​ລະບົບ​ດັດສົມລາຄາ​​ຂອງ​ຕະຫຼາດສົມບູນ​ຂຶ້ນ, ​ແລະ​ຍົກ​ລະດັບສົງ​ເຄາະສັງຄົມ​ຢ່າງ​ເໝາະ​ສົມ.

ຕາມ​ຄາດ​ວ່າ, ນະ​ໂຍບາຍ​ພິ​ເສດ​ເຫຼົ່ານີ້​ຈະ​ຕ້ອງການທຶນ 38 ຕື້​ກວ່າ​ຢວນ, ພຽງ​ແຕ່​ເພີ່ມ​ໃໝ່​ກໍ່​ມີ​ເຖິງຫຼາຍຕື້​ຢວນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>