ການ​ເຕີບ​ໂຕ​ດ້ານ GDP ຂອງ15 ຕົວ​ເມືອງ​ຂອງ​ຈີນ​ເຂົ້າ​ສູ່ 20 ອັນ​ດັບ​ທຳ​ອິດ​ຂອງ​ໂລກ

(GMT+08:00) 2008-08-12 10:51:19 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວຈາກ​ຫນັງສືພິມ​ເຢີ​ນມີ​ຢື້​ປ້າວ​ສະບັບ​ຕໍ່​ຕ່າງປະ​ເທດ​ແຈ້ງວ່າ: ຫວ່າງ​ແລ້ວນ​ນີ້ ​ເວທີ​ປາ​ໃສ​ສາກົນ​ກ່ຽວ​ກັບ​ກຳລັງ​​ແຂ່ງຂັນຂອງ​ຕົວ​ເມືອງ​ຄັ້ງທີ 5 ທີ່​ຈັດ​ຂຶ້ນ​ຢູ່​ເມືອງ​ຢາງ​ໂຈ​ວ ທາງ​ພາກ​ຕາ​ເວັນ​ອອກ​ຂອງ​ຈີນ​ໄດ້​ເຜີຍ​ແຜ່​ບົດ​ລາຍ​ງານ​ກຳລັງ​​ແຂ່ງຂັນ​ຂອງ​ຕົວ​ເມືອງ​ໃນ​ທົ່ວ​ໂລກປະຈຳປີ 2007-2008 ທີ່​ມີ​ຜູ່​ຊ່ຽວຊານຂອງ​ຫລາຍໆ​ປະ​ເທດ​ຮ່ວມ​ມື​ກັນ.ບົດ​ລາຍ​ງານ​ສະ​ແດງ​ໃຫ້​ເຫັນ​ວ່າ, ​ແຕ່ປີ 2001 ຫາ​ປີ 2005, ຈີນ​ມີ 15 ຕົວ​ເມືອງ​ໄດ້​ເຂົ້າສູ່ 20 ອັນ​ດັບ​ທຳ​ອິດ​ຂອງ​ໂລກ​ໃນ​ດ້ານ​ການ​ເຕີບ​ໂຕ​ຂອງ GDP,​ ​ໃນ​ນັ້ນ, ​ເມືອງ​ປ່າວ​ໂຖ​ວ ​ເຂດ​ມົງ​ໂກ​ໃນ​ເປັນ​ທີ​ຫນຶ່ງ, ການ​ເຕີບ​ໂຕ​ຂອງ GDP ​ແມ່ນ 20% ຂຶ້ນ​ໄປ​ຕໍ່​ປີ.

​ໃນ​ການລຽນ​ລຳດັບທາງ​ດ້ານ​ກຳລັງ​​ແຂ່ງຂັນຂອງົຕວ​ເມືອງ​ທົ່ວ​ໂລກ, ຈີນ​ລວມມີ 59 ​ເມືອງ​ເຂົ້າສູ່ 500 ຕົວ​ເມືອງ​ທຳ​ອິດ.​​ເມື່ອ​ທຽບ​ກັບການລຽນອັນ​ດັບ​ໃນສອງ​ປີ​ກ່ອນ​ແລ້ວ, ຕົວ​ເມືອງ​ໃຫຍ່​ຂອງ​ແຜ່ນດິນ​ໃຫຍ່​ຈີນ​ຖືກ​ຈັດ​ເຂົ້າ​ໃນ​ອັນ​ດັບ​ຫລາຍ​ກວ່າ​ແຕ່​ກ່ອນ​ຢ່າງ​ຫລວງຫລາຍ.

ບົດ​ລາຍ​ງານ​ຍັງ​ສະ​ແດງ​ໃຫ້​ເຫັນ​ວ່າ, ນັບ​ມາ​ຮອດ​ທ້າຍ​ປີ​ກາຍ​ນີ້, ຕົວ​ເມືອງ​ຈີນ​ມີ​ປະຊາກອນ​ເກືອບ 600 ລ້ານ​ຄົນ, ລະດັບ​ຫັນ​ເປັນ​ຕົວ​ເມືອງ​ບັນລຸ 44,9%. ​ດຣ.ຫນີ​ເຜິ​ງ​ເຟີ​ຍຂອງ​ສະພາ​ບັນດິດ​ວິທະຍາສາດ​ສັງຄົມ​ຈີນ​ທີ່​ເຂົ້າຮ່ວມ​ການຂຽນ​ບົດ​ລາຍ​ງານ​ດັ່ງກ່າວ​ເຫັນ​ວ່າ, ຈີນ​ໄດ້​ເຂົ້າສູ່​ໄລຍະ​ທີ່​ການ​ພັດທະນາ​ຫັນ​ເປັນ​ຕົວ​ເມືອງ​ໄວຂຶ້ນແລ້ວ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>