ອັດຕາ​ແລກ​ປ່ຽນ​ເງິນ​ຢວນ​ກັບ​ເງິນ​ໂດ​ລາ​ໄດ້​ຫຼຸດ​ລົງ 10 ມື້​ລຽນ​ຕິດ ສ້າງ​ສະ​ພາບ​ຕ່ຳ​ກວ່າ​ໝູ່​​ແຕ່​ການ​ປະ​ຕິ​ຮູບ​ເງິນ​ຕາ​ມາ​ນີ້

(GMT+08:00) 2008-08-12 20:00:30 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວສານ​ຊີ​ນຮວາ: ​ແຕ່​ວັນ​ທີ 30 ກໍລະກົດ​ຫາ​ວັນ​ທີ 12 ສິງຫາ, ລາຄາ​ກາງຂອງ​ອັດຕາ​ແລກປ່ຽນ​ເງິນ​ຢວນກັບ​ເງິນ​ໂດ​ລາ​ສະຫະລັດ​ໄດ້ຫຼຸດລົງ 10 ມື້ລຽນຕິດ, ​ໄດ້​ປ່ຽນ​ທ່ວງທ່າ​ສູງ​ຂຶ້ນ​ຢ່າງ​ວ່ອງ​ໄວ​ໃນ 6 ​ເດືອນ​ຕົ້ນ​ປີ​ນີ້, ​ໄດ້​ສ້າງ​ສະພາບ​ຫຼຸດຕ່ຳລົງ​​ໃຫຍ່​ກວ່າ​ໝູ່​ແຕ່​ດຳ​ເນີນ​ການ​ປະຕິ​ຮູບ​ອັດຕາ​ແລກປ່ຽນ​ເງິນ​ຢວນ​​​​ເມື່ອ​ເດືອນ​ກໍລະກົດ​ປີ 2005 ມາ​ນີ້.

ຖ້າ​ໄລ່​ຕາມ​ຈຸດ​ສູງ​ສຸດ​ໃນ​ວັນ​ທີ 29 ກໍລະກົດ, ​ ອັດຕາ​ແລກປ່ຽນ​ເງິນ​ຢວນກັບ​ເງິນ​ໂດ​ລາ​ສະຫະລັດ​ໄດ້​ຕ່ຳລົງ 454 ຈຸດໃນ 10 ມື້​ຄ້າຂາຍ​, ຊຶ່ງຫຼຸດລາຄາ 0,66%.
​ ​
ເງິນ​ໂດ​ລາ​ໃນ​ຕະຫຼາດສາກົນ​ແຂງ​ຂຶ້ນໄລຍະ​ມໍ່ໆ​ນີ້​ແມ່ນ​ສາຍ​ເຫດ​ໜຶ່ງ​ທີ່​ເງິນ​ຢວນຈີນ​ຕ່ຳລົງ. ຜູ້​ຊ່ຽວຊານ​ຊີ້​ອອກ​ວ່າ, ​ເງິນ​ຢວນຈີນຫຼຸດລາຄາ​ຍັງ​ມີ​ປັດ​ໃຈຫຼາຍຢ່າງ​ເຊັ່ນ​ນະ​ໂຍບາຍ​ເງິນຕາ​ຕ່າງປະ​ເທດ​ຂອງ​ຈີນມີ​ການ​ປ່ຽນ​ແປງ​ໃນ​ໄລຍະ​ມໍ່ໆ​ນີ້, ​​ເສດຖະກິດ​ພາຍ​ໃນ​ປະ​ເທດ​ເຕີບ​ໂຕ​ຊ້າ​ລົງ, ​ແລະ​​ແຮງ​ກົດ​ດັນ​ຈາກ​ໄພ​ເງິນ​ເຟີ້​ເປັນຕົ້ນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>