ເຈົ້າ​ໜ້າ​ທີ່​ຈີນ​ກ່າ​ວວ່າ, ທ່ວງ​ທ່າ​ປະ​ກອບ​ອາ​ຊີບ​ຫຼັງ​ງານ​ກິ​ລາ​ໂອ​ລິມ​ປິກ​ຈະ​ຖືກ​ກະ​ທົບ​ບໍ່​ຫຼາຍ

(GMT+08:00) 2008-08-15 19:13:25 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວ CRI: ວັນ​ທີ 15 ສິງຫາ​ນີ້, ​ໃນ​ກອງ​ປະຊຸມ​ຂ່າວ​ທີ່​ຈັດ​ຂຶ້ນ​ຢູ່​ປັກ​ກິ່ງ, ທ່ານ​ຫູ​ສຽວ​ອີ້ ລັດຖະມົນຕີ​ຊ່ອຍ​ວ່າການ​ກະຊວງ​ຊັບພະ​ຍາ​ກອນ​ມະນຸດ​ແລະ​ປະກັນ​ສັງຄົມ​ຈີນ​ກ່າວ​ວ່າ, ​ເຊື່ອ​ວ່າ, ຫຼັງ​ຈາກ​ງານ​ກິລາ​ໂອ​ລິ​ມປິກ​ແລ້ວ, ​ເສດຖະກິດ​ຈີນ​ຍັງ​ຈະຮັກສາ​ທ່ວງທ່າ​ພັດທະນາ​ອ່າວ​ໝັ້ນ​ທ່ຽງ​ແລະ​ວ່ອງ​ໄວ, ທ່ວງທ່າ​ປະກອບ​ອາຊີບ​ຈະ​ຖືກ​ກະທົບ​ບໍ່ຫຼາຍ.

ທ່ານ​ຫູສຽວ​ອີ້​​ແນະນຳ​ວ່າ, ​ໃນ 6 ​ເດືອນ​ຕົ້ນ​ປີ​ນີ້, ນັບ​ລວມ​ແລ້ວ, ຈີນ​ມີ​ຜູ້​ປະກອບ​ອາຊີບ​ເພີ່ມຂຶ້ນ​ໃໝ່ 6 ລ້ານ 4 ​ແສນ​ຄົນ, ນັບ​ມາຮອດ​ທ້າຍ​ເດືອນ​ມິຖຸນາ, ອັດຕາ​ຫວ່າງ​ງານ​ທີ່​ລົງ​ທະບຽນ​ໃນເມືອງ​ແມ່ນ 4%. ​ໂດຍ​​ແນ​ໃສ່ຜູ້​ຫວ່າງ​ງານ​​ໃໝ່​ຂອງ​ເຂດ​ປະສົບ​ໄພ​ແຜ່ນດິນ​ໄຫວ​ແຂວງ​ແສ​ສວນ, 10 ກວ່າ​ແຂວງ​ແລະ​ນະຄອນ​ແຄມ​ຝັ່ງ​ທະ​ເລ​ພາກ​ຕາ​ເວັນ​ອອກ​ຈີນ​ໄດ້​ເຊັນ​ສັນຍາຊ່ອຍ​​ປະກອບ​ອາຊີບ​ກັບ​ເຂດ​ປະສົບ​ໄພ. ພ້ອມ​ກັນ​ນັ້ນ, ກະຊວງ ຊັບພະ​ຍາກອນ​ມະນຸດ​ແລະ​ປະກັນ​ສັງຄົມ​ກໍ່ຈະ​ໃຊ້​ມາດ​ຕະການ, ສືບ​ຕໍ່​ຕັ້ງໜ້າ​ຊຸກ​ຍູ້​ການ​ປະກອບ​ອາຊີບ​ແລະ​ການ​ປະກອບ​ອາຊີບ​ຄືນ​ໃໝ່.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>