ປີ​ນີ້ ຈຳນວນ​ຄົນ​ປະກອບ​ອາຊີບ​ໃໝ່​​ໃນ​ຕົວ​ເມືອງ​ຈີນ​ເພີ່ມ​ຂຶ້ນ​ຢ່າງ​ໝັ້ນທ່ຽງ

(GMT+08:00) 2008-08-16 11:52:24 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວສານ​ຊິນ​ຮວາ: ນັບ​ແຕ່ຕົ້ນ​ປີ​ນີ້​ມາ,ຈີນ​ໄດ້​ປະສົບ​ໄພ​ທຳ​ມະ​ຊາດ​ຢ່າງ​ລຽນຕິດ,ມີ​ຜົນ​ສະທ້ອນ​ຕໍ່​ສະພາບ​ການ​ປະກອບ​ອາຊີບ​ທົ່ວ​ປະ​ເທດ.​ເຖິງຈະ​ເປັນ​ແນວ​ນີ້ກໍ​ຕາມ,ຄຽງ​ຄູ່​ກັບ​ເສດຖະກິດ​ເຕີບ​ໂຕ​ຢ່າງ​ໝັ້ນທ່ຽງ​ແລະ​ວ່ອງ​ໄວ,ການປະກອບ​ອາຊີບ​ໃໝ່​​ໃນ​ຕົວ​ເມືອງ​ຈີນຍັງ​ເພີ່ມ​ຂຶ້ນ​ຢ່າງ​ໝັ້ນທ່ຽງ.

ຕົວ​ເລກ​ສະຖິຕິ​ຂອງ​ກະຊວງ​ຊັບພະຍາກອນ​ມະນຸດ​ແລະປະກັນ​ສັງຄົມ​ຂອງ​ຈີນ​ສະ​ແດງ​ໃຫ້​ເຫັນ​ວ່າ,​ໃນ6​ເດືອນ​ທຳ​ອິດ​ປີ​ນີ້,​ໃນ​ຕົວ​ເມືອງ​ຈີນ​ມີ6ລ້ານ4​ແສນ​ຄົນ​ປະກອບ​ອາຊີບ​ໃໝ່,ຜູ່​ຕົກ​ງານ​ແລ້ວ​ຮັບ​ຕຳ​ແໜ່​ງໃໝ່​ມີ2ລ້ານ8​ແສນ2ໝື່ນ​ຄົນ.

ນັບ​ແຕ່ຕົ້ນ​ປີ​ນີ້​ມາ,ຈີນ​ໄດ້​ປະຕິບັດ​ມາດ​ຕະການ​ປະກອບ​ອາຊີບ​ຢ່າງ​ຕັ້ງໜ້າຕ່າງໆ,ຊຶ່ງ​ລວມທັງສະໜອງ​ການ​ບໍລິການດ້ານ​ການ​ປະກອບ​ອາຊີບ​ທີ່​ບໍ່​ເກັບ​ຄ່າ​ຕໍ່​ຜູ່​ອອກ​ແຮງ​ງານ,ຜູ່​ອອກ​ແຮງ​ງານ​ເຂົ້າຮ່ວມຊຸດ​ອົບຮົມ​ອາຊີບ​ຈະ​ໄດ້​ຮັບ​ເງິນ​ອຸດ​ໜູນ ​ແລະ​ອື່ນໆ.

ປີ2008,ຈີນ​ໄດ້​ໃຊ້​ງົບປະມາ​ນ​ເກືອບ280ຕື້​ຢວນ​ເຂົ້າ​ໃນ​ການປະກັນ​ສັງຄົມ​ແລະປະກອບ​ອາຊີບ,​ເພີ່ມ​ຂຶ້ນ​ຫຼາຍ​ກວ່າປີ​ກາຍ24%.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>