ນັກ​ກິລາຈີນ​ທີ່ຊິງ​ໄດ້​ຫຼຽນ​ຄຳໃນ​ງານ​ໂອ​ລິ​ມປິກ​ປັກ​ກິ່ງ ຜູ້ຍິງ​ກວມ​ປະມານ 60%

(GMT+08:00) 2008-08-16 17:57:22 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວCRI:ວັນ​ທີ 16 ສິງຫາ​ນີ້,​ໃນ​ກອງ​ປະຊຸມ​ຂ່າວ​ທີ່​ຈັດ​ຂຶ້ນ​ຢູ່​ສູນ​ຂ່າວ​ສາກົນ​ປັກ​ກິ່ງ,ນັກ​ຂ່າວ​ໄດ້​ຊາບ​ວ່າ,ປະຈຸ​ບັນ,​ໃນ​ນັກ​ກິລາ​ຈີນ​ທີ່​ຊິງ​ໄດ້​ຫຼຽນ​ຄຳ​ໃນ​ງານ​ໂອ​ລິ​ມປິກ​ປັກ​ກິ່ງ,ນັກ​ກິລາ​ເພດ​ຍິງ​ກວມ​ປະມານ 60%.

ນາງ​ຈ່ຽງກຸ້ຍ​ພີ​ງ ຮອງ​ປະທານ​ທັງ​ເປັນ​ໂຄສົກ​ສະ​ຫະພັນ​ແມ່ຍິງນະຄອນ​ປັກ​ກິ່ງກ່າວ​ວ່າ,ນັກ​ກິລາ​ເພດ​ຍິງ​ໄດ້​ບາກ​ບັ່ນ​ສູ້​ຊົນ​ໃນ​ສະ​ໜາມ​ກິລາ,ນີ້​ໄດ້​ສະ​ແດງ​ໃຫ້​ເຫັນ​ນ້ຳ​ໃຈ​ເຂົ້າ​ຮ່ວມ​ງານ​ໂອ​ລິ​ມປິກ​ຂອງ​ເພດ​ຍິງ​ຈີນ,ຍັງ​ໄດ້​ສະ​ແດງ​ໃຫ້​ເຫັນຄວາມ​ສາມາດ​ຕົວ​ຈິງ​ຂອງ​ເພດ​ຍິງ​ຈີນ.ນາງ​ຍັງ​ກ່າວ​ວ່າ,​ໃນ​ເວລາ​ນັກ​ກິລາ​ເຂົ້າ​ຮ່ວມ​ການ​ແຂ່ງ​ຂັນ,ຍັງ​ມີ​ເພດ​ຍິງຈຳ​ນວນ​ຫຼວງ​ຫຼາຍ​ພວມ​ອຳນວຍ​ການ​ບໍລິການ​​ໂດຍ​ກົງ​ຫຼືທາງອ້ອມ​ໃຫ້​ງານ​​ໂອ​ລິ​ມປິກ​ຢູ່​ນອກ​ສະໜາມກິລາ,ອາສາ​ສະໝັກ​ເພດ​ຍິງ​ຈຳນວນ​ໜຶ່ງ​ຍັງ​ໄດ້​ຈັດ​ຕັ້ງເປັນ​ທິມຊີ້ທາງ​ຫຼາຍ​ຮ້ອຍ​ທິມ,​ເພື່ອ​ແນະນຳ​ຂ່າວສານ​ກ່ຽວ​ກັບສະໜາມກິລາ​ໂອ​ລິ​ມປິກ ປູຊະນີຍະສະຖານ,ພ້ອມ​ດ້ວຍ​ຮ້ານ​ກິນ​ດື່ມ​ແລະ​ການ​ປ່ຽນ​ລົດ​ເມ​ເປັນ​ຕົ້ນ​ໃຫ້​​ແກ່​ນັກ​ທ່ອງ​ທ່ຽວ​ທີ່​ມາ​ຈາກ​ແຫ່ງ​ຕ່າງ​ໆ​ຂອງ​ໂລກ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>