ເຈົ້າໜ້າ​ທີ່​ຄະນະ​ກຳ​ມະ​ການ​ຊົນ​ເຜົ່າ​ແຫ່ງ​ຊາດ​ຈີນ​ກ່າວ​ວ່າ, ຊາວ​ມຸສ​ລິມ​ຂອງ​ເຂດ​ຊິງ​ຈ່ຽງ​ໄປ​ນະ​ມັດ​ສະ​ການ​ຢູ່​ເມັກ​ກາ​ບໍ່​ຖືກ​ຈຳ​ກັດ

(GMT+08:00) 2008-08-16 18:21:45 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວສານ​ຈີນ: ​ໃນ​ກອງ​ປະຊຸມ​ຂ່າວ​ກ່ຽວ​ກັບ​ການ​ພັດທະນາ​ສິດທິ​ມະນຸດ​ຂອງ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​ຈີນ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 16 ສິງຫາ​ນີ້, ທ່ານ​ອູ​ຊື້​ມິນ ຮອງ​ຫົວໜ້າ​ຄະນະ​ກຳມະການ​ຊົນ​ເຜົ່າ​ແຫ່ງ​ຊາດ​ຈີນ​ກ່າວ​ວ່າ, ຈີນ​ບໍ່​ໄດ້​ຈຳກັດ​ຊາວ​ມຸສລິມຂອງ​ເຂດ​ຊິນ​ຈ່ຽງ​ໄປ​ນະມັດ​ສະການ​ຢູ່​ເມັກ​ກາ.

ທ່ານ​ອູ​ຊື້​ມິນ​ກ່າວ​ວ່າ, ຈີນ​ປະຕິບັດ​ນະ​ໂຍບາຍ​​ເຊື່ອ​ຖື​ສາ​ສະໜາ​ຢ່າງ​ເສລີ. ບໍ່​ພຽງ​ແຕ່ຊາວ​ມຸສລິ​ມຂອງ​ເຂດ​ຊິນ​ຈ່ຽງ​ເທົ່າ​ນັ້ນ, ​ແຕ່ລະ​ປີ, ຊາວ​ມຸສລິ​ມ​ໃນ​​ແຫ່ງ​ຕ່າງໆທົ່ວ​ປະ​ເທດຈີນ​ກໍ່​ມີ​ຄົນຈຳນວນຫຼວງຫຼາຍ​ໄປ​ນະມັດ​ສະການ​ຢູ່​ເມັກ​ກາ.

ທ່ານ​ອູ​ຊື້​ມິນ​ຍັງ​ກ່າວ​ວ່າ, ຫວັງ​ໃຫ້​ມີ​ການ​ແລກປ່ຽນ​ລະຫວ່າງ​ຈີນ​ກັບ​ຕ່າງປະ​ເທດຫຼາຍຂຶ້ນ, ຫວັງ​ໃຫ້​ມີ​ນັກ​ຂ່າວ​ແລະ​ສື່​ມວນ​ຊົນຫຼາຍກວ່າ​ເກົ່າ​ມາ​​ເອົາ​ຂ່າວ​ຢູ່ປະ​ເທດ​ຈີນ, ​ແລະ​ເອົາ​ຂ່າວ​ຢູ່​ເຂດ​ຊົນ​ເຜົ່າ​ສ່ວນໜ້ອຍ. ທ່ານ​ຍັງ​ກ່າວ​ວ່າ, ປ​ະ​ເທດ​ຈີນ​ໄດ້​ເປີດ​ປະຕູ​ແລ້ວ, ຈະ​ບໍ່​ປິດ​ປະຕູຈົນ​ເທົ່າ​ໃດໆ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>