ທາງ​ລົດ​ໄຟ​ຊິງ​ຫາຍ​ຕິ​ເບ​ດ​ໃຫ້​ລົດ​ແລ່ນ​ສອງ​ປີ​ມາ​ນີ້​ໄດ້​ທຸ​ລະ​ກິດ​ຢ່າງ​ໝັ້ນ​ທ່ຽງ

(GMT+08:00) 2008-08-16 18:23:49 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວCRI: ວັນ​ທີ 16 ສິງຫາ​ນີ້, ຢູ່​ທີ່​ປັກ​ກິ່ງ, ທ່ານ​ວາງຢົງ​ພິງ ​ໂຄສົກ​ກະຊວງ​ທາງ​ລົດ​ໄຟ​ຈີນ​ກ່າວ​ວ່າ, ​ແຕ່​ທາງ​ລົດ​ໄຟ​ຊິງ​ຫາຍ​ຕິ​ເບ​ດ​ເປີດ​ໃຫ້​ແລ່ນ​ລົດ​ສອງ​ປີ​ປາຍ​ມາ​ນີ້, ​ໄດ້​ບັນລຸ​ຈຸດໝາຍ​ທຸ​ລະ​ກິດ​ທີ່​ປອດ​ໄພ ສືບ​ເນື່ອງ​ແລະ​ໜັກ​ແໜ້ນ, ​ໄດ້​ຊຸກ​ຍູ້​​ການ​ພັດທະນາ​ເສດຖະກິດ​ສັງ​ຄົມ​ຂອງ​​ແຂວງ​ຊິງ​ຫາຍ​ແລະ​ເຂດ​ຕິ​ເບດ.

ມື້​ດຽວ​ກັນ, ຢູ່​ສູນ​ຂ່າວ​ສາກົນ​ປັກ​ກິ່ງ, ​ໃນ​ເວລາ​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ, ທ່ານ​ວາງ​ຢົງ​ພິງ​ກ່າວ​ວ່າ, ສອງ​ປີ​ປາຍ​ມາ​ນີ້, ທາງ​ລົດ​ໄຟ​ຊິງ​ຫາຍ​ຕິ​ເບ​ດ​​ໄດ້​ຂົນ​ສົ່ງ​ຜູ້​ໂດຍສານ 5 ລ້ານ 5 ​ແສນ​ກວ່າ​ຄົນ, ຂົນ​ສົ່ງ​ສິນຄ້າ 4 ລ້ານ​ກວ່າ​ໂຕນ, ​ໃນ​ເວລາ​ອຳນວຍ​ຄວາມ​ສະດວກ​ໃຫ້​ແກ່​ປະຊາຊົນ​ເຜົ່າ​ຕ່າງໆ​ຂອງ​ແຂວງ​ຊິງ​ຫາຍ​ແລະ​ເຂດ​ຕິ​ເບ​ດ​ແລະ​ຜູ້​ໂດຍສານ​ແຫ່ງ​ຕ່າງໆ​ເຂົ້າອອກ​ຕິ​ເບ​ດນັ້ນ, ກໍ່​ໄດ້​ສ້າງ​ປະສິດທິຜົນເສດຖະກິດ​ທີ່​ດີງາມ​ໃຫ້​ແກ່​ວິ​ສາ​ຫະກິດ​ຕາມ​ທາງ​ລົດ​​ໄຟ, ​ເຮັດ​ໃຫ້​ປະຊາຊົນ​ເຜົ່າ​ຕ່າງໆ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>