ຄະນະນັກ​ກິລາ​ຈີນ​ກ່າວ​ວ່າການ​ຊີງ​ໄດ້​ແຊມ​ບໍ່​ແມ່ນ​ເປົ້າໝາຍ​ພຽງ​ດ້ານ​ດຽວ

(GMT+08:00) 2008-08-17 14:23:04 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວCRI: ວັນ​ທີ17ສິງຫາ​ນີ້ ນັກ​ກິລາ​ຈີນ​ກ່າວ​ວ່າ,ການ​ຊີງ​ໄດ້​ແຊມ​ບໍ່​ແມ່ນ​ເປົ້າໝາຍ​ພຽງ​ດ້ານ​ດຽວ,ຄະນະນັກ​ກິ​ລາ​ຈີນ​ຍິ່ງ​ຫວັງ​ໃຫ້​ຜ່ານ​ໂອ​ລິ​ມປິກ​ເພີ່ມ​ທະວີ​ການ​ແລກປ່ຽນ​ແລະ​ມິດຕະພາບ​ກັບ​ນັກ​ກິລາ​ປະ​ເທດ​ຕ່າງໆ​ໃນ​ໂລກ,ສົ່ງ​ເສີມ​ນ້ຳ​ໃຈ​ໂອ​ລິ​ມປິກ.ຄະນະນັກ​ກິ​ລາ​ຈີນ​ຈະ​ສືບ​ຕໍ່​ພ້ອມ​ກັບ​ນັກ​ກິລາ​ຂອງ​ປະ​ເທດ​ແລະ​ເຂດ​ແຄວ້ນ​ອື່ນໆ,ພະຍາຍາມຢ່າງຕັ້ງໜ້າ​ເພື່ອ​ໃຫ້​ງານ​​ໂອ​ລິ​ມປິກ​ປັກ​ກິ່ງຮັບ​ຜົນສຳ​​ເລັດ.

ມື້​ດຽວ​ກັນ ຢູ່​ສູນ​ຂ່າວ​ຫຼັກຂອງ​ງານ​ໂອ​ລິ​ມປິກ​ປັກ​ກິ່ງ,ຄະນະນັກ​ກິ​ລາ​ຈີນ​ໄດ້​ຈັດ​ກອງ​ປະຊຸມ​ຂ່າວ​ຄັ້ງທຳ​ອິດ​ນັບ​ແຕ່​​ເລີ່​ມ​ງານ​ໂອ​ລິ​ມປິກ​ມາ​ນີ້. ທ່ານ​ຊຸ່ຍ​ຕ້າ​ລິນ ຮອງ​ຫົວໜ້າ​ຄະນະ​ນັກ​ກິລາ​ຈີນກ່າວ​ວ່າ,ຈຳນວນ​ໄດ້​ຫຼຽນ​ຄຳ​ຂອງ​ຈີນ​ໄດ້​ນຳ​ໜ້າ​ປະ​ເທດ​ອື່ນທີ່ໂອ​ລິ​ມປິກມາ​ເຖິງ​ເຄິ່ງທາງ,​ແຕ່​ຍ້ອນ​ວ່າ​ໃນ​ການ​ແຂ່ງຂັນ​ຕໍ່​ໄປ ຈີນ​ບໍ່ມີ​ທ່າ​ແຮງ​ຫຼາຍ​ປານ​ໃດ,ຈັງຫວະ​ໄດ້​ຫຼຽນ​ຄຳ​ຂອງ​ນັກ​ກິ​ລາ​ຈີນ​ຈະ​​ຊ້າ​ລົງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>