ໂຮງງານ​ໄຟຟ້າ​ນິວ​ເຄຼຍທີ່​ຜະລິດ​ໄຟຟ້າ​ໄດ້​ຫຼາຍ​ກວ່າ​ໝູ່​​ພຽງ​​ແຫ່ງ​ດຽວ​ຂອງ​ຈີນ​ໝູນ​ເດີນ​ຢ່າງ​ປອດ​ໄພ​ເປັນ​ເວລາ1ປີ​ແລ້ວ

(GMT+08:00) 2008-08-17 14:34:46 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວສານ​ຊິນ​ຮວາ: ວັນ​ທີ17ສິງຫາ​ນີ້ ​ກຸ່ມ​ບໍລິສັດອຸດສາຫະກຳ​ນິວ​ເຄຼຍຈີນ​ລາຍ​ງານ​ວ່າ,​ໂຮງງານ​ໄຟຟ້າ​ນິວ​ເຄຼຍທຽນ​ວ່າ​ນ ຊຶ່ງ​ເປັນໂຮງງານ​ໄຟຟ້າ​ນິວ​ເຄຼຍທີ່​ຜະລິດ​ໄຟຟ້າ​ໄດ້​ຫຼາຍ​ກວ່າ​ໝູ່​​ພຽງ​ແຫ່ງດຽວ​ຂອງ​ຈີນ​ໄດ້​ໝູນ​ເດີນ​ຢ່າງ​ປອດ​ໄພ​ເປັນ​ເວລາ1ປີ​ແລ້ວ.

1ປີ​ມາ​ນີ້,ໜ່ວຍ​ຈັກ2ໜ່ວຍ​​ໃນ​ໄລຍະ​ທີ1ຢູ່ໂຮງງານ​ໄຟຟ້າ​ນິວ​ເຄຼຍທຽນ​ວ່າ​ນບໍ່​ໄດ້​ຢຸດຕິ​ການ​ຜະລິດ,ການ​ລະບາຍສິ່ງ​ເສດ​ເຫຼືອກໍ​ຕ່ຳ​ກວ່າ​ມາດ​ຕະຖານຄວບ​ຄຸມ​ຂອງ​ລັດ​ຫຼາຍ,ຄຸນ​ນະພາ​ບ​ຂອງ​ໜ່ວຍ​ຈັກດີ​ຫຼາຍ.ມາ​ຮອດ​ເວລາ0​ໂມງ​ວັນ​ທີ16 ສິງຫາ​ນີ້,ໜ່ວຍ​ຈັກ2ໜ່ວຍ​ໄດ້​ຜະລິດ​ໄຟຟ້າ​ປະມານ 19ຕື້400ລ້ານ​ກິ​ໂລ​ວັດ​ໂມງ.

​ໂຮງງານໄຟຟ້າ​ນິວ​ເຄຼຍທຽນ​ວ່າ​ນທີ່​ຕັ້ງຢູ່​ເມືອງ​ທ່າ​ລຽນ​ຢູນກາງ​ແຂວງ​ຈ່ຽງຊູ່ ​ແມ່ນ​ໂຄງການ​ຮ່ວມ​ມື​ເສ​ດຖະກິດ​ເຕັກນິກຂະໜາດ​ໃຫຍ່​ກວ່າ​ໝູ່​ລະຫວ່າງ​ຈີນຣັດ​ເຊຍ​ໃນປະຈຸ​ບັນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>