ປີ 2010, ​ເຂດ​ຜູ​ຕົ່ງ​ຊຽງ​ໄຮ້​ຈະ​ກາຍ​ເປັນ​ສູນ​ການ​ທະ​ນາ​ຄານ​ສາ​ກົນ​ໃນ​ຂັ້ນ​ພື້ນ​ຖານ

(GMT+08:00) 2008-08-17 18:08:16 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວCRI: ວັນ​ທີ 17 ສິງຫານີ້, ຢູ່​ທີ່​ປັກ​ກິ່ງ, ທ່ານ​ຢຽນຊູ້ ຮອງ​ຫົວໜ້າ​ເຂດ​ໃໝ່​ຜູ​ຕົ່ງ​ຊຽງ​ໄຮ້​ກ່າວ​ວ່າ, ຕາມ​ແຜນການ​ຍຸດ​ທະ​ສາດ​ແຫ່ງ​ຊາດ, ​ເຂດ​ໃໝ່​ຜູ​ຕົ່ງ​ຊຽງ​ໄຮ້​ຈະ​ກາຍ​ເປັນ​ສູນ​ການ​ທະນາຄານ​ສາກົນ​ໃນ​ຂັ້ນພື້ນຖານ.

ທ່ານ​ຢຽນຊູ້​ກ່າວ​ວ່າ, ປັດຈຸບັນ, ອົງການ​ການ​ທະນາຄານທີ່​ຕັ້ງຢູ່​​ເຂດ​ຜູ​ຕົ່ງ​ຊຽງ​​ໄຮ້ມີ​ເຖິງ 520 ​ແຫ່ງ, ​ແມ່ນ​ເຂດ​ໜຶ່ງ​ທີ່​​ເຕົ້າ​ໂຮມອົງການ​ການ​ທະນາຄານ​ຂອງຈີນ​ແລະ​ຕ່າງປະ​ເທດຫຼາຍກວ່າ​ໝູ່. ​ໃນ​ເຂດ​ນີ້​ມີ​ຕະຫຼາດສຳຄັນ​ດ້ານ​ການ​ທະນາຄານ​ທີ່​ຄົບ​ຖ້ວນ. ຢູ່​ເຂດ​ຜູ​ຕົ່ງ​ໄດ້​ມີ​ລະບົບ​ການ​ທະນາຄານ​ອັນ​ຄົບ​ຖ້ວນ​ຄື​ທະນາຄານ, ຕະຫຼາດຫຼັກຊັບ, ການປະກັນ​ໄພ, ກອງ​ທຶນ, ການ​ເຊົ່າ​ດ້ານ​ທະນາຄານ​ເປັນຕົ້ນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>