ເສດ​ຖະ​ກິດ​ຂອງ​ນະ​ຄອນ​ລາ​ຊາ​ຂອງ​ຕິ​ເບດ​ຮັກ​ສາ​ທ່ວງ​ທ່າ​ເຕີບ​ໂຕ​ຢ່າງ​ຫມັ້ນ​ທ່ຽງ

(GMT+08:00) 2008-08-19 11:10:51 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວສານ​ຊິນ​ຮວາ: ຫວ່າງ​ມໍ່ໆ​ນີ້, ພາກສ່ວນ​ທີ່​ກ່ຽວ​ຂ້ອງຂອງ​ນະຄອນລາ​ຊາຂອງຕິ​ເບ​ດ​ໄດ້​ແຈ້ງ​ຂ່າວ​ວ່າ, ປີນີ້, ​ເຖິງ​ວ່ານະຄອນ​ລາຊາ​ຂອງຕິ​ເບ​ດ​​ເກີດ​ເຫດການ​​ໃຊ້​ຄວາມ​ຮຸນ​ແຮງ​ໃນວັນ​ທີ 14 ​ມີນາກໍ​ຕາມ, ​ແຕ່​ຄຽງ​ຄູ່​ກັບ​ສະຖານະ​ການ​ຂອງ​ສັງຄົມ​ຕິ​ເບ​ດ​ໄດ້ດີ​ຂຶ້ນ​ຢ່າງ​ວ່ອງ​ໄວ, ​​ເສດຖະ ກິດ​ໃນ​ດ້ານ​ກວມ​ລວມ​ໄດ້​ຮັກສາ​ທ່ວງທ່າ​ທີ່​ດີ​ໃນການ​​ເຕີບ​ໂຕ​ແລະພັດທະນາ​ຢ່າງ​ຫມັ້ນ​ທ່ຽງ.

ຕົວ​ເລກ​ສະຖິຕິ​ສະ​ແດງ​ໃຫ້​ເຫັນ​ວ່າ, ​ໃນ 6 ​ເດືອນ​ທຳ​ອິດ​ປີ​ນີ້, ຍອດ​ມູນ​ຄ່າ​ການຜະລິດ​ຂອງ​ເຂດ​ຕິ​ເບ​ດ​ໄດ້​ສຳ​ເລັດ 91 ຕື້​ຢວນ, ​ເພີ່ມ​ຂຶ້ນ​ຫຼາຍ​ກວ່າ​ໄລຍະ​ດຽວ​ກັນ​​ຂອງປີ​ກາຍ 12% ຂຶ້ນ​ໄປ.  ​ແຕ່​ວ່າ ​ໃນ 7 ​ເດືອນ​ທຳ​ອິດ​ປີນ​ນີ້, ລາຍ​​​ໄດ້​ການ​ເງິນ​ຂອງ​ນະຄອນ​ລາຊາ​ໄດ້​ສຳ​ເລັດ​ປະມານ 12 ຕື້​ຢວນ, ​ເພີ່ມ​ຂຶ້ນ​ຫຼາຍ​ກວ່າ​ໄລຍະ​ດຽວ​ກັນ​ຂອງ​ປີ​ກາຍ 11% ຂຶ້ນ​ໄປ.  ນອກ​ນີ້, ຄຽງ​ຄູ່​ກັບ​ການ​ພັດທະນາ​ຂອງ​ຕົວ​ເມືອງ​ແລະ​ຊົນນະບົດ​ຢ່າງ​ຫຼວງ​ຫຼາຍ, ກໍ​ໄດ້​ເຮັດ​ໃຫ້​ລາຍ​ໄດ້​ຂອງ​ປະຊາຊົນ​ຕິ​ເບ​ດ​ເພີ່ມ​ຂຶ້ນ​ຢ່າງ​ວ່ອງ​ໄວ, ຄວາມ​ຕ້ອງການ​ພາຍ​ໃນ​ນັບ​ມື້​ນັບ​ຟົດຟື້ນ,  ການ​ບໍລິ​ໂພ​ກຮັກສາ​ການ​​ເພີ່ມ​ຂຶ້ນ​ອ່າວ​ສູງ​.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>