ລັດ​ຖະ​ບານ​ຈີນ​ຈັດ​ເອົາ​ຜູ້​ຫວ່າງ​ງານ, ຜູ້​ທີ່​ປະ​ກອບ​ອາ​ຊີບ​ຍາກ​ເຂົ້າ​ໃນ​ຂອບ​ເຂດ​ປ່ອຍ​ເງິນ​ກູ້​ຈຳ​ນວນ​ໜ້ອຍ​ຢ່າງ​ມີ​ຫຼັກ​ປະ​ກັນ

(GMT+08:00) 2008-08-19 12:59:07 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວສານ​ຊິ່ນ​ຮວາ: ວັນ​ທີ 18 ສິງຫາ​ນີ້, ຢູ່​ທີ່​ປັກ​ກິ່ງ, ທະນາຄານ​ປະຊາຊົນ​ຈີນ​ແຈ້ງ​​ໃຫ້​ຮູ້​ວ່າ, ທະນາຄານ​ປະຊາຊົນ​ຈີນ​ຈະ​ເປີດ​ກວ້າງ​ຂອບ​ເຂດ​ນະ​ໂຍບາຍ​ປ່ອຍ​ເງິນ​ກູ້​ຈຳນວນ​ໜ້ອຍ​ຢ່າງ​ມີ​ຫຼັກ​ປະກັນ. ຜູ້​ຫວ່າງ​ງານ, ຜູ້​ປະກອບ​ອາຊີບ​ຍາກ​ທີ່​ຂຶ້ນ​ທະບຽນ​ໃນ​ເມືອງທີ່​ສອດຄ່ອງ​ກັບ​ເງື່ອນ​ໄຂ​ຖືກ​ຈັດ​ເຂົ້າ​ໃນຂອບ​​ເຂດ​ປ່ອຍ​ເງິນ​ກູ້​ຈຳນວນ​ໜ້ອຍ​ຢ່າງ​ມີ​ຫຼັກ​ປະກັນ​ເປັນ​ເທື່ອ​ທຳ​ອິດ.

ຂ່າວ​ແຈ້ງວ່າ, ວົງ​ເງິນສູງ​ສຸດ​ຂອງ​ການ​ປ່ອຍ​ເງິນ​ກູ້​ຈຳນວນ​ໜ້ອຍ​ຢ່າງ​ມີ​ຫຼັກປະກັນ​ທີ່​ອົງການ​ການ​ເງິນ​ປ່ອຍ​ໃຫ້​ສ່ວນ​ບຸກຄົນ​ໄດ້ຈາກ 2 ໝື່ນ​ຢວນ​ເພີ່ມ​ຂຶ້ນ​ຮອດ 5 ໝື່ນ​ຢວນ.

ນະ​ໂຍບາຍ​ປ່ອຍ​ເງິນ​ກູ້​ຈຳນວນ​ໜ້ອຍ​ຢ່າງ​ມີ​ຫຼັກ​ປະກັນ​ເລີ່ມ​ປະຕິບັດ​ແຕ່​ປີ 2002, ນັບ​ມາຮອດ​ທ້າຍ​ເດືອນ​ພຶດສະພາ​ປີ 2008, ອົງການ​ການ​ເງິນຈີນ​ລວມ​ໄດ້​ປ່ອຍ​ເງິນ​ກູ້ປະ​ເພດ​ນີ້ 17 ຕື້ 500 ລ້ານ​ຢວນ​ແລ້ວ, ​ໄດ້​ຊ່ອຍ​ເຫຼືອ​ຜູ້​ຫວ່າງ​ງານ, ຜູ້​ທີ່​ປະກອບ​ອາຊີບ​ຍາກ​ຢ່າງ​ຫຼວງ​ຫຼາຍ​ປະກອບ​ອາຊີບ​ແລະ​ເຮັດ​ທຸລະ​ກິດ​ດ້ວຍ​ຕົນ​ເອງ​ໂດຍ​ກົງຫຼື​ໂດຍ​ອ້ອມ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>