ສື່​ມວນ​ຊົນ​ຟິ​ລິບ​ປິນ​ກ່າວ​ວ່າ, ການ​ເລືອກ​ປັກ​ກິ່ງ​ເປັນ​ເຈົ້າ​ພາບ​ຈັດ​ງານ​ໂອ​ລິມປິກ​​ແມ່ນ​ການ​ເລືອກ​ທີ່​ສະ​ຫຼາດ

(GMT+08:00) 2008-08-19 14:39:05 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວສານ​ຊິ່ນ​ຮວາ: ໜັງສືພິມ​ມານ​ລາ ທາ​ມສ໌ ຂອງ​ຟິລິບ​ປິນ ສະບັບ​ວັນ​ທີ 19 ສິງຫາ​ນີ້ພິມ​ບົດ​ຄວາມ​ທີ່​ພາດ​ຫົວ​ເລື່ອງ​ວ່າ: "ງານ​ໂອ​ລິ​ມປິກ​ປັກ​ກິ່ງ​ຈັດ​ຢ່າງ​ໄດ້ດີ",​ ​ໂດຍຂຽນ​ວ່າ, ວຽກ​ງານ​ຈັດ​ຕັ້ງ​ຂອງ​ງານ​ໂອ​ລິ​ມປິກ​ປັກ​ກິ່ງ​​ເຮັດ​ໃດ້ດີຫຼາຍ, ​ເລື່ອງ​ຈິງ​ໄດ້​ຢືນຢັນ​ວ່າ, ​​ການ​ເລືອກ​ປັກ​ກິ່ງ​​ເປັນ​ນະຄອນ​ຈັດ​ງານ​ກິລາ​ໂອ​ລິ​ມປິກ​ແມ່ນ​ການ​ເລືອກ​ທີ່​ສະຫຼາດ.

ບົດ​ຄວາມ​ຂຽນວ່າ, ການ​ສ້າງ​ສະໜາມ​ກິລາ​ຂອງ​ງານໂອ​ລິ​ມປິກ​ປັກ​ກິ່ງ​ປະຈັກ​ຕາຫຼາຍ, ຄວາມ​ປອດ​ໄພ​ຂອງ​ນັກ​ກິລາ​ໄດ້ຮັບ​ການ​ຮັບປະກັນ​ຢ່າງ​ແຂງ​ແຮງ, ທັງໝົດ​ເຫຼົ່ານີ້​ຢືນ​ຢັນ​ວ່າ, ຈີນ​ໄດ້​ທຳ​ການ​ກະກຽມ​ເຕັມ​ສ່ວນ​ເພື່ອ​ຈັດ​ງານ​ໂອ​ລິ​ມປິກ​ປັກ​ກິ່ງ, ມີ​ຄວາມ​ສາມາດ​ຈັດ​ງານອັນ​ຍິ່ງ​ໃຫຍ່​ແບບ​ນີ້​​ໄດ້​ດີ.

ບົດ​ຄວາມ​ຂຽນ​ວ່າ, ຄົນ​ທັງຫຼາຍ​ຍອມ​ຮັບ​ຄວາມ​ພະຍາຍາມ​ຂອງ​ລັດຖະບານ​ຈີນ​ໃນ​ການຈັດ​ງານ​ໂອ​ລິ​ມປິກ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>