ໂຄງການຊົນ​ລະ​ປະ​ທານ​ແມ່​ນ້ຳ​ຫຼີ​ຈ່ຽງ​ທີ່​ລົງ​ທຶນ 2 ​ຕື້ 400 ລ້ານ​ຢວນ​ຈະ​ລົງ​ມື​ສ້າງ​ຢ່າງ​ຮອບ​ດ້ານ

(GMT+08:00) 2008-08-20 13:50:18 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວສານ​ຊີ​ນຮວາ: ຈີນ​ກຽມ​ສ້າງ​ອ່າງ​ນ້ຳ 3 ​ແຫ່ງ​ຢູ່​ຍ່ານ​ເໜືອ​ແມ່​ນ້ຳ​ຫຼີຈ່ຽງນະຄອນ​ກຸ້ຍ​ລິນ ​ເມືອງ​ທ່ອງ​ທ່ຽວ​ທີ່​ມີ​ຊື່ສຽງ, ​ເພື່ອ​ຍົກສູງ​ຄວາມ​ສາມາດ​ປ້ອງ​ກັນ​ນໍ້ານອງ​ຂອງ​ນະຄອນ​ກຸ້ຍ​ລິນ​ແລະ​ຮັບປະກັນບໍ່​ໃຫ້​ແມ່​ນ້ຳ​ຫຼີ​ຈ່ຽງ​ຂາດ​ນ້ຳໃນ​ໄລຍະ​ນ້ຳ​ບົກ.

ແມ່​ນ້ຳຫຼີຈ່ຽງຕັ້ງຢູ່​ໃນ​​ນະຄອນ​ກຸ້ຍ​ລິນ​ເຂດ​ກວາງຊີ ພາກ​ໃຕ້​ຂອງ​ຈີນ, ຍາວ 437 ​ກິ​ໂລ​ແມັດ, ​ແມ່ນ​ທາງ​ນ້ຳ​ທອງຄຳ​ແຫ່ງ​ການທ່ອງທ່ຽວ​ທີ່​ມີ​ຊື່ສຽງ​ຢູ່​ຈີນ​ແລະ​ຕ່າງປະ​ເທດ, ​ແຕ່ລະ​ປີ, ​ແຂກ​ທ່ອງ​ທ່ຽວ​ຈີນ​ແລະ​ຕ່າງປະ​ເທດ​ທີ່​ມາ​ທ່ຽວ​ກຸ້ຍ​ລິນ​ໄດ້ຫຼາຍກວ່າ 14 ລ້ານ​ເທື່ອ​ຄົນ.

ທ່ານ​ເສີນ​ຈ່າງ​ລຽງ ຮອງ​ປະທານ​ເຂດ​ປົກຄອງ​ຕົນ​ເອງ​ເຜົ່າ​ຈ້ວງ​ກວາງຊີ​ກ່າວ​ວ່າ, ​ໃບ​ສະ​ເໜີ​ຂອງ​​ໂຄງການ​ຊົນ​ລະ​ປະທານ​ທີ່​ຈະ​ລົງທຶນ 2 ຕື້ 400 ລ້ານ​ຢວນ​ໄດ້​ຮັບ​ການ​ອະນຸມັດ​ຈາກ​ຄະນະ​ກຳມະກາ​ນການ​ພັດທະນາ​ແລະ​ການ​ປະຕິ​ຮູບ​ແຫ່ງ​ລັດ​ຈີນ​ແລ້ວ, ປັດຈຸບັນ​ພວມ​ຮ່າງ​ບົດ​ວິ​ເຄາະ​ເສດຖະກິດ, ມີ​ຫວັງ​ຈະ​ລົງມື​ສ້າງ​​ຢ່າງຮອບດ້ານ​ໃນ​ປີ​ນີ້.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>