ຈີນ​ໄດ້​ສ້າງ​ກົນ​ໄກ​ລະດັບ​ຊາດ​ເພື່ອຍົກ​ສູງຖານະ​ຂອງ​​ແມ່ຍິງ

(GMT+08:00) 2008-08-20 16:33:30 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວສານ​ຈີນ:ວັນ​ທີ 20 ສິງຫາ​ນີ້,​ເວທີ​ປຶກສາ​ຫາລື​ເພດ​ຍິງ​ເຂດ​ອ້ອມ​ທະ​ເລ​ຍີ່ປຸ່ນ​ຄັ້ງ​ທີ 4 ​ໄດ້​ໄຂ​ຂຶ້ນ​ຢູ່​​ເມືອງ​ຊາງ​ຊຸ່ນ​ແຂວງ​ຈີ​ລີ​ນ,ຜູ້​ເຮັດ​ວຽກ​ເພດ​ຍິງ​ແລະ​ນັກ​ຄົ້ນຄວ້າ​ທິດ​ສະ​ດີ​ເພດ​ຍິງຫຼາຍ​ຮ້ອຍ​ຄົນ​ທີ່​ມາ​ຈາກຈີນ ຣັດ​ເຊຍ ຍີ່ປຸ່ນ ສ.​ເກົາຫຼີ​ແລະ​ມົງ​ໂກ​ລີໄດ້​ເຂົ້າ​ຮ່ວມ​ເວທີ​ປຶກສາ​ຫາລື​ດັ່ງກ່າວ,​ແລະ​ໄດ້​ຄົ້ນຄວ້າ​ຫາລື​ກ່ຽວ​ກັບ​ການ​ຊຸກຍູ້"ຄວາມກ້າວໜ້າ​ແລະ​ການ​ພັດທະນາຂອງ​ແມ່ຍິງ".​ໃນ​​​ເວທີ​ປຶກສາ​ຫາລື,ນາງ​ລີ​ວ​ປົວ​ຮົງ ຮອງປະທານ​ສະ​ຖາ​ບັນຄົ້ນຄວ້າ​ແມ່ຍິງ​ຈີນກ່າວ​ວ່າ,ນັບ​ແຕ່​ຈີນ​ດຳ​ເນີນ​ການ​ປະຕິ​ຮູບ​ແລະ​ໄຂ​ປະຕູ​ສູ່​ພາຍ​ນອກ​ມາ​ນີ້,ລັດຖະບານ​ຈີນ​ໄດ້​ສ້າງ​ກົນ​ໄກ​ລະດັບ​ຊາດ​ເພື່ອ​ຍົກ​ສູງ​ຖານະ​ຂອງ​ແມ່ຍິງ.

ນາງ​ລີ​ວປົວ​ຮົງ​ແນະນຳ​ວ່າ,ນັບ​ແຕ່​ປີ 1995 ​ເປັນ​ຕົ້ນ​ມາ,ລັດຖະບານ​ຈີນ​ໄດ້​ຖື​ຄວາມສະ​ເໝີ​ພາບກັນລະຫວ່າງຍິງ​ຊາຍ​ເປັນ​ນະ​ໂຍບາຍ​ພື້ນຖານ​​ແຫ່ງ​ຊາດ​ໃນ​ການ​ພັດທະນາ​ສັງຄົມ​ຂອງ​ຈີນ,​ແລະ​ໄດ້​ປະກາດ"​​ໂຄງ​ຮ່າງ​ພັດທະນາ​ແມ່​ຍິງ​ຈີນ",​ເຮັດ​ໃຫ້​ໂຄງ​ຮ່າງ​ດັ່ງກ່າວ​ກາຍ​​ເປັນ​ແຜນການຂອງ​ລັດຖະບານ​ສະບັບ​ທຳ​ອິດ​ກ່ຽວ​ກັບ​ການ​ພັດທະນາ​ຂອງ​ແມ່ຍິງ​ໂດຍ​ສະ​ເພາະ​ໃນ​ປະຫວັດ​ສາດ​ຈີນ.ສ່ວນ​ການ​ປ່ຽນ​ແປງ​ຢ່າງ​ໃຫຍ່​ຫຼວງ​ຂອງ​ສັງຄົມ​ຈີນ​ແລະ​ການ​ປົດ​ປ່ອຍ​ດ້ານ​ແນວ​ຄິດ,​ໄດ້​ຊຸກຍູ້​ໃຫ້​ແມ່ຍິງ​ຈີນ​ຕື່ນຕົວໃນ​ດ້ານ​ສະຕິ​ເປັນ​ເຈົ້າ​ຕົນ​ເອງ​ແລະ​ສະຕິ​ຮວມໝູ່.​ເຂົາ​ເຈົ້າ​ພວມ​​ເຂົ້າ​ຮ່ວມ​ຂົງ​ເຂດ​ສັງຄົມ​ແລະ​ຂົງ​ເຂດ​ຄົ້ນຄວ້າ​ຕ່າງໆ​ຢ່າງ​ເປັນ​ເຈົ້າ​ການ​ດ້ວຍ​ທັດສະນະ​ຄະຕິ​ແລະ​ຮູບການ​ໃໝ່.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>