ປັກ​ກິ່ງ​ໄດ້​ສະໜອງ​ການ​ບໍລິການ​ໃຫ້​ນັກ​ກິລາ​ແລະ​ນັກ​ທ່ອງ​ທ່ຽວປະ​ເທດ​

(GMT+08:00) 2008-08-21 19:15:51 cri
-----------------------------------------------------------------------------------------------------------------

ຕາມ​ຂ່າວcri:ວັນ​ທີ21 ສິງຫາ​ນີ້,​ໃນ​ງານ​ຖະ​ແຫຼ​ງຂ່າວ​ກ່ຽວກັບ​ສະພາບ​ຕ້ອນຮັບ​ແລະບໍລິການ​ຂອງ​​​ເຂດ​ທີ​ວທັດ​ປັກ​ກິ່ງ,ນາງ​ຊົງ​ຢູ້​ເມິ​ຍ ຮອງ​ຫົວໜ້າ​ພະ​ແນກທ່ອງທ່ຽວ​ນະຄອນປັກ​ກິ່ງ​ກ່າວ​ວ່າ,ພາຍຫຼັງ​ງານ​ໂອ​ລິ​ມປິກ​​ໄດ້​ປີດ​ສາກເປັນ​ຕົ້ນ​ມາ,​ເມື່ອ​ໄດ້​ກວດສະພາບ​ຕ້ອນຮັບ​​ແລະ​ບໍລິການນັກທ່ອງທ່ຽວ​​ໃນ​ທົ່ວ​ນະຄອນ​ແລ້ວ​ເຫັນ​ວ່າ,​​ວຽກ​ຕ້ອນຮັບ​ແລະ​ບໍລິການ​ມີ​ລະບຽບ,​ໄດ້​ສຳ​ເລັດວຽກ​ງານຕ້ອນຮັບ​​ແລະ​ບໍລິ​ການ​ຕ່າງໆ​​ເປັນ​ຢ່າງ​ດີ.

ນາງ​ກ່າວ​ວ່າ,ວັນ​ທີ8ຫາ​ວັນ​ທີ20 ສິງຫາ​ນີ້,​ເຂດ​ທີ​ວທັດ​ທ່ອງທ່ຽວ​ຕົ້ນຕໍ164​ແຫ່ງ​ຂອງ​ປັກ​ກິ່ງລວມ​ທັງ​ໝົດ​​ໄດ້ຕ້ອນຮັບ4ລ້ານ8​ແສນ​ເທື່ອ​ຄົນ.​ເຂດ​ທີ​ວທັດ​ທ່ອງທ່ຽວ​ຕົ້ນຕໍ21​ແຫ່ງ​ຂອງ​ປັກ​ກິ່ງຄື​ພະ​ລາຊະ​ວັງ​ກູ​ກົງ,ວັງ​ລະດູ​ຮ້ອນ,ຫໍ​ຟ້າ​ທຽນແຖນ,ກຳ​ແພງ​ຍັກ​ປ່າ​ດາ​ຫຼິງ​ເປັນ​ຕົ້ນ​​ໄດ້​ຕ້ອນຮັບ​ແຂກ​ຜູ່​ມີ​ກຽດ​ເກືອບ1000ຄົນ​ທີ່​ມີ​ຈາກ20ກວ່າ​ປະ​ເທດ.ນັບ​ຮອ​ດປັດຈຸບັນ,​ໂຮງ​ແຮມ​ພາກ​ຫຼວງ​ຕ້ອນຮັບ​​ແຂກ4ໝື່ນ5ພັນ​ຄົນ.

ນາງ​ຍັງ​ກ່າວ​ວ່າ,​ໂຮງ​ແຮມ,​ເຂດ​ທີ​ວທັດ​ທົ່ວນະຄອນລ້ວ​ນ​ແຕ່ສ້າງສິ່ງ​ກໍ່ສ້າງ​ທີ່​ບໍ່​ມີ​ອຸປະສັກ​ແລ້ວ,​ເພື່ອຕ້ອນຮັບ​ນັກ​ກິລາ​ຂອງ​ງານ​ໂອ​ລິ​ມປິກ​ຄົນ​ພິການ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>