ວຽກ​ງານ​ຄົນ​ພິການ​ປັກ​ກິ່ງ​ໄດ້​ຮັບຄວາມ​ຄືບ​ໜ້າໄວ

(GMT+08:00) 2008-08-22 18:44:33 cri
-----------------------------------------------------------------------------------------------------------------

ຕາມ​ຂ່າວcri:ຫວ່າງ​ມໍ່ໆ​ນີ້, ​ຄະນະ​ກຳມະການວຽກງານ​ຄົນ​ພິການ​ປັກ​ກິ່ງ​​ແຈ້ງ​ໃຫ້​ຊາບວ່າ,​ໃນ​ບໍ່​ເທົ່າ​ໃດ​ປີ​ມາ​ນີ້,ວຽກ​ງານກິດ​ຄົນ​ພິການ​ປັກ​ກິ່ງ​ໄດ້​ຮັບຄວາມ​ຄືບ​ໜ້າ​ຢ່າງ​ວ່ອງ​ໄວ.

ປັດຈຸບັນ,ປັກ​ກິ່ງ​ມີ​ສູນ​ຟື້ນ​ຟູຄົນ​ພິການ300ກວ່າ​ແຫ່ງ,ການ​ບໍລິການດ້ານ​ນີ້ໄດ້​ປົກ​ຄຸມ85%,​ແລະ​ມີ​ແຜນການ​​ໃຫ້ຮອດ100%​ໃນ​ປີ2010.ການ​ຮັບປະກັນທາງ​ສັງຄົມ​ຂອງ​ຄົນ​ພິການ​ສູງຮອດ80%,ອັດຕາ​​ເຂົ້າ​ໂຮງຮຽນ​ການ​ສຶກສາ​ພາກ​ບັງຄັບ​ຂອງ​ເດັກພິການ​ເກືອບ99%.ນອກ​ນີ້,ປັກ​ກິ່ງ​ໄດ້​ສຳ​ເລັດ​​ໂຄງການ​ປັບປຸງ​ສິ່ງ​ກໍ່ສ້າງ​ທີ່​ບໍ່​ມີ​ສິ່ງ​ກີດຂວາງ6000ກວ່າ​ແຫ່ງ,ສິ່ງ​ກໍ່ສ້າງ​ການ​ບໍລິການ​ສາທາລະນະ​ແລະ​ສູນ​ຄົມມະນາຄົມ​ສ່ວນ​ຫຼາຍ​ລ້ວນ​ແຕ່​ບໍ່ມີ​ສິ່ງ​ກີດຂວາງ.

ໃນ​ຂະນະ​ດຽວ​ກັນ,ການ​ໂຄລົບ​ແລະ​​ເອົາ​ໃຈ​​ໃສ່​ຕໍ່​ຄົນ​ພິ​ການ​ຂອງສັງຄົມ​ຈີນພວມ​ນັບ​ມື້​ນັບ​ສູງ​ຂຶ້ນ.ພຽງ​ແຕ່​ຢູ່​ປັກ​ກິ່ງ,ໜ່ວຍອາສາ​ສະໝັກ​ທີ່​ຊ່ວຍ​ເຫຼືອ​ຄົນ​ພິການ​ທີ່​ຂຶ້ນ​ທະບຽນ​ກໍ່​ມີ​ເຖິງ1​ແສນ5ໝື່ນ​ຄົນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>