ຈີນ​ມີ​ແຜນ​ຈະ​ປັບ​ປຸງ​ກົດ​ໝາຍ​ອາ​ຍາ​ເພື່ອ​ລົງ​ໂທດ​ການ​ສໍ້​ລາດ​ບັງ​ຫຼວງ​ແລະ​ລ່ວງ​ລະ​ເມີດ​ສິດ​ຂອງ​ມວນ​ຊົນ

(GMT+08:00) 2008-08-25 12:05:55 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວCRI:ຈີນ​ມີ​ແຜນຈະ​ປັບປຸງ"ກົດໝາຍ​ອາຍາ", ຮ່າງ​ກົດໝາຍສະບັບ​ດັດ​ແກ້ທີ່​ຍື່ນໃຫ້​ອົງການ​ນິຕິບັນຍັດ​ພິຈາລະນາ​ໃນວັນ​ທີ 25 ສິງຫາ​ນີ້​ ໄດ້​​ເພີ່ມການ​ລົງ​ໂທດ​ຕໍ່ການ​ສໍ້​ລາດ​ບັງຫຼວງ​ແລະ​ກິນ​ສິນ​ບົນຂອງ​ເຈົ້າໜ້າ​ທີ່, ​ແລະ​ການ​ລ່ວງ​ລະ​ເມີດ​ສິດ​ຂອງ​ມວນ​ຊົນ.

ຮ່າງ​ກົດໝາຍສະບັບ​ນີ້ ການ​ລົງ​ໂທດ​ໄດ້​ກວມ​​ໄປ​ເຖີງຍາດ​ພີ່ນ້ອງ​ທີ່​ມີ​ສ່ວນ​ກະທຳ​ຜິດ​ຮ່ວມ​ກັບ​ເຈົ້າໜ້າ​ທີ່​ລັດຖະບານ​ທີ່ໃຊ້​ສາຍ​ພົວພັນ​ມາສະ​ແຫວ​ງຫາ​ຜົນ​ປະ​ໂຫຍ​ດທີ່​ບໍ່​ຖືກຕ້ອງ, ການ​ກະທຳ​ດັ່ງກ່າວ ໜັກ​ສຸດຈະ​ຖືກ​ລົງ​ໂທດຈຳ​ຄຸກ 7 ປີ​ຂຶ້ນ​ໄປ; ຕໍ່​ການ​ກະທຳ​ທີ່​​ເຈົ້າໜ້າ​ທີ່​ລັດຖະບານ​ມີ​ຊັບ​ສິນ​ມະຫາສານທີ່​ມາ​ບໍ່ແຈ້ງ​​ນັ້ນ, ຮ່າງ​ກົດໝາຍ​ກໍ່​ໄດ້​ເພີ່ມການ​ລົງ​ໂທດ, ​ຈະ​ຕັດສິນ​ໃຫ້​ຕິດ​ຄຸກ​ຈາກ 5 ປີ​ເພີ່ມ​ຂຶ້ນ​ຮອດ 10 ປີ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>