"ກົດ​ໝາຍ​ເສດ​ຖະ​ກິດ​ໝູນ​ວຽນ" ທີ່​ກຳ​ລັງ​ຮ່າງ​ນັ້ນ​ຈະ​ປ່ຽນ​ຊື່​ເປັນ "ກົດ​ໝາຍ​ຊຸກ​ຍູ້​ເສດ​ຖະ​ກິດ​ໝູນ​ວຽນ"

(GMT+08:00) 2008-08-25 15:39:21 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວ CRI: ຍ້ອນ​ການ​ພັດທະນາ​ເສດຖະກິດ​ໝູນວຽນ​ຂອງ​ຈີນ​ພວມ​ຢູ່​ໃນ​ໄລຍະ​ເລີ່ມຕົ້ນ, "ກົດ​ໝາຍ​ເສດຖະກິດ​ໝູນວຽນ" ທີ່​ກຳລັງ​ຮ່າງ​ນັ້ນ​ຈະ​ປ່ຽນ​ຊື່​ເປັນ "ກົດໝາຍ​ຊຸກ​ຍູ້​ເສດຖະກິດ​ໝູນວຽນ". ຮ່າງ​ກົດໝາ​ຍ ສະບັບຫຼ້າສຸດ​ໄດ້​ມອບ​ໃຫ້​ອົງການ​ນິຕິ​ບັນ​ຍັດ​ດຳ​ເນີນ​ການ​ພິຈາລະ​ນາ​ເທື່ອ​ທີ 3 ​ໃນ​ວັນ​ທີ 25 ສິງຫາ​ນີ້​ແລ້ວ.

ຕາມຮ່າງ​ກົດໝາຍ, ​ໃນ​ອະນາຄົດ, ຈີນ​ຈະເອົາ​ໃຈ​ໃສ່​ໃນການ​ນຳໃຊ້ຂອງ​ເສດ​ເຫຼືອ​ມາ​ຫມູນ​ໃຊ້ຄືນ​ໃໝ່, ​ເວລາ​ດຽວ​ກັນ​ກໍ່​ຕ້ອງ​ເອົາ​ໃຈ​ໃສ່​ໃນນຳ​ການ​ນຳ​ໃຫ້​ມີ​ປະສິດ​ທິພາບ​ສູງ​ສຸດແລະ​ປະຢັດ​ຊັບພະ​ຍາກອນ​ຄື​ກັນ. ຮ່າງ​ກົດໝາຍ​ກຳນົດ​ວ່າ, ລັດ​ຈະ​ປະຕິບັດ​ນະ​ໂຍບາຍ​ລາຄາທີ່​ມີ​ຜົນ​ດີ​ຕໍ່​ການ​ປະຢັດ​ຜະລິດ​ຕະພັນ​ທີ່​ເປັນ​ຊັບພະ​ຍາກອນ, ​ເຊັ່ນ: ນ້ຳ, ​ໄຟຟ້າ, ​​ອາຍ​ແກັສ​ເປັນ​ຕົ້ນ, ອົງການ​ປົກຄອງ​ຂັ້ນ​ເມືອງ​ຂຶ້ນ​ໄປ​ລ້ວ​ນ​ແຕ່​ຕ້ອງ​ວາງ​ແຜນ​ກຳນົດ​ເສດຖະກິດ​ໝູນວຽນ, ​ແລະ​ຕ້ອງ​ຈັດ​ວາງ​ຊັບຊ້ອນ​ໂຄງ​ປະກອບ​ອຸດສາ​ຫະກຳ​ແລະ​ຂະໜາດ​ເສດ​ຖະ​ກິດ​ຕາມ​ສະພາບ​ຕົວ​ຈິງ​ທີ່​ຮັບ​ໄດ້​ຂອງ​ຊັບພະ​ຍາ​ກອນ​ແລະສິ່ງ​ແວດ​ລ້ອມ​ຂອງ​ທ້ອງ​ຖິ່ນ, ສ້າງ​ລະ​ບອບ​ສັບ​ຊ້ອນ​ຍອດ​ຈຳນວນ. ນອກ​ນັ້ນ, ຮ່າງ​ກົດໝາຍ​ຍັງ​ໄດ້​ເພີ່ມ​ທະວີ​ການ​ຄຸ້ມ​ຄອງ​ຕໍ່​ວິ​ສາ​ຫະກິດ​ທີ່​ສິ້ນ​ເປືອງ​ພະລັງງານ​ແລະ​ນ້ຳຫຼາຍ, ​ເຊັ່ນ: ອຸດສາ​ຫະກຳ​ເຄມີ, ອຸດສາ​ຫະກຳ​ຜະລິດ​ເຈ້ຍ​ເປັນ​ຕົ້ນ.

ຈີນ​ໄດ້​ກຽມຮ່າງ "ກົດໝາຍ​ເສດຖະກິດ​ໝູນວຽນ" ມາ​ໄດ້​ຫຼາຍ​ປີ​ແລ້ວ, ​ເດືອນ​ສິງຫາ​ປີ​ກາຍ​ນີ້​ໄດ້​ເລີ່ມ​ເຂົ້າ​ສູ່​ການ​ຄົ້ນ​ຄວ້າ​ພິຈາ​ລະນາ​ຂອງ​ຂັ້ນ​ຕອນ​ນິຕິ​ບັນຍັດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>