ທ່ານ​​ເວີນ​ເຈຍ​ປາວ​ຈັດ​ກອງ​ປະຊຸມ​ເພື່ອຄົ້ນຄວ້າ​ຈັດ​ວາງວຽກ​ງານ​ຮ່າງ"​ໂຄງ​ຮ່າງ​ແຜນການ​ປະຕິ​ຮູບ​ແລະ​ພັດທະນາການ​ສຶກສາ​ໄລຍະ​ກາງ​ແລະ​ຍາວ​ຂອງ​ລັດ"

(GMT+08:00) 2008-08-29 17:52:15 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວສານ​ຊິນ​ຮວາ: ວັນ​ທີ29ສິງຫາ​ນີ້​ ທ່ານ​ເວີນ​ເຈຍ​ປາວ ນາຍົກລັດຖະມົນຕີຈີນ ຫົວ​ໜ້າ​ໜ່ວຍ​ນຳພາວິທະຍາສາດ​ເຕັກ​ໂຣ​ໂລ​ຊີ​ການ​ສຶກສາ​ແຫ່ງ​ຊາດ​ເປັນ​ປະທານ​ກອງ​ປະຊຸມ​ຄັ້ງທີ1ຂອງ​ໜ່ວຍ​ນຳພາວິທະຍາສາດ​ເຕັກ​ໂຣ​ໂລ​ຊີ​ການ​ສຶກສາແຫ່ງ​ຊາດ,ຮັບ​ຟັງ​ການ​ລາຍ​ງານ​ວຽກ​ງານຮ່າງ"​ໂຄງ​ຮ່າງ​ແຜນການປະຕິ​ຮູບ​ແລະ​ພັດທະນາ​ການ​ສຶກສາ​ໄລຍະກາງ​ແລະ​ຍາວ​ຂອງ​ລັດ"ຂອງ​ກະຊວງ​ສຶກສາ​ທິການ,ພິຈາລະນາ​ແລະ​ຜ່ານ​ແຜນການ​ວຽກ​ງານຮ່າງ​ໂຄງຮ່າງ​ແຜນການ​ໃນ​ດ້ານທາງ​ຫຼັກການ.

ກອງ​ປະຊຸມ​ກ່າວ​ເນັ້ນວ່າ,​ໂຄງຮ່າງ​ແຜນການ​ໄດ້ວາງ​ແຜນ​ແລະ​ຈັດ​ວາງ​ຢ່າງຮອບດ້ານ​ຕໍ່​ການ​ປະຕິ​ຮູບ​ແລະ​ພັດທະນາ​ການ​ສຶກສາ​ໃນ12ປີ​ຕໍ່ໜ້າ.ຕ້ອງ​ໃຫ້​ບູລິ​ມະ​ສິດ​ແກ່​ການ​ພັດທະນາ​ການ​ສຶກສາ ຊຸກຍູ້​ການ​ສຶກສາ​ຢ່າງ​ທ່ຽງ​ທຳ ອົບຮົມ​ຜູ່​ມີ​ຄວາມ​ຮູ້​ຄວາມ​ສາມາດ​ໃນ​ການ​ປະດິດ​ສ້າງ ຍົກ​ສູງ​ຄວາມ​ສາມາດທີ່ການ​ສຶກສາຮັບ​ໃຊ້​​ການ​ພັດທະນາຂອງ​ເສດຖະກິດ​ສັງຄົມ,ສະ​ເໜີທິດ​ຊີ້​ນຳ​ທີ່​ສອດຄ່ອງ​ກັບ​ຍຸດ​ທະ​ສາດ​ແຫ່ງ​ຊາດ ຄວາມ​ຮຽກຮ້ອງ​ຂອງ​ປະຊາຊົນ ສ່ອງ​ແສງ​ໃຫ້​ເຫັນ​ກົດ​ເກນການ​ສຶກສາແລະ​ທ່ວງທ່າ​ການ​ພັດທະນາ.
 
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>