ນະຄອນ​ຊຽງ​ໄຮ້ ຫຼຸດເງື່ອນ​ໄຂ​​ອະນຸຍາດ​ໃຫ້ສຳນັກ​ງານ​ໃຫຍ່​ບໍລິສັດ​ຂ້າມ​ຊາດເຂົ້າ​ສູ່​ຕະຫຼາດ​

(GMT+08:00) 2008-09-01 20:37:43 cri
-----------------------------------------------------------------------------------------------------------------

ຕາມຂ່າວ​ຈາກໜັງສືພິມປະຊາຊົນ​ລາຍ​ວັນຂອງ​ຈີນ: ຫວ່າງ​ມໍ່ໆ​ນີ້,  ນະຄອນ​ຊຽງ​ໄຮ້ ພາກ​ຕາ​ເວັນ​ອອກ​ຂອງ​ຈີນ​ໄດ້​ປະກາດ​ຂໍ້​ກຳນົດ​​ໃໝ່​ລາຍ​ໜຶ່ງ,ຄື, ອີງ​ຕາມ​ຂໍ້​ກຳນົດ, ​ເງື່ອນ​ໄຂ​ເຂົ້າ​ສູ່ຕະຫຼາດ​​ໃນ​ດ້ານຈົດ​ທະບຽນທຶນຂອງ​ສຳນັກງານ​ໃຫຍ່ບໍລິສັດ​ຂ້າມ​ຊາດຕັ້ງ​ຢູ່​ນະຄອນ​ຊຽງ​ໄຮ້​ຈະ​ຫຼຸດ​ລົງຕ່ຳລົງຈາກ30​ລ້ານ​ໂດ​ລາ ​ລົງ​ເຫືຼອ10ລ້ານ​ໂດ​ລາ.

ເພື່ອດຶງ​ດູດ​ບໍລິສັດ​ຂ້າມ​ຊາດ​ຫຼາຍ​ກວ່າ​ເກົ່າມາ​​ຕັ້ງ​ສຳນັກງານ​ໃຫຍ່​ຢູ່​ນະຄອນ​ຊຽງ​ໄຮ້, ຊຽງ​ໄຮ້​ເອົາ​ໃຈ​ໃສ່ທີ່​ສຸດ​ນຳ​ການປັບປຸງ​ສິ່ງ​​ແວດ​ລ້ອມ​ການ​ລົງທຶນ​ໃຫ້​ດີ​ຂຶ້ນ,ອຳນວຍຄວາມ​ສະດວກ​ໃຫ້​​ບໍລິສັດ​ຂ້າມ​ຊາດ​ມາພັດທະນາ​ຢູ່​ຊຽງ​ໄຮ້. ນັບ​ມາ​ຮອດ​ປັດຈຸບັນ, ບໍລິສັດ​ຂ້າມ​ຊາດ​ທີ່​ມາ​ຕັ້ງ​ສຳນັກງານ​ໃຫຍ່​ຢູ່​ນະຄອນ​ຊຽງ​ໄຮ້​ໄດ້​ມີ206​ແຫ່ງ​ແຫ່ງ​ແລ້ວ, ຊຽງ​ໄຮ້​ໄດ້​ກາຍ​ເປັນຕົວ​ເມືອງໜຶ່ງທີ່​ບໍລິສັດ​ຂ້າມ​ຊາດມາ​ສ້າງ​ຕັ້ງ​ສຳນັກງານ​ໃຫຍ່​​ຢູ່ແຜ່ນດິນ​ໃຫຍ່​ຈີນ​​​ຫຼາຍ​ກວ່າ​ໝູ່​​.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>