ໃນ 8 ປີ​ຂ້າງ​ໜ້າ​ນີ້ ຈີນ​ຈະ​​ເຈາະ​ຈົງບົ່ມ​ເພາະ​ແນວ​ພັນຜະ​ລິດ​ຕະພັນ​ກະ​ສິກຳທີ່​ມີ​ທ່າ​ແຮງ 16 ປະ​ເພດ

(GMT+08:00) 2008-09-03 18:05:16 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວສານ​ຊີ​ນຮວາ:ຕາມ​ແຜນການ​ສະບັບ​ໜຶ່ງ​ທີ່​ກະຊວງ​ກະສິກຳ​ຈີນ​ໄດ້​ເປີດ​ເຜີຍ​ໃນ​ວັນ​ທີ 3 ກັນຍາ​ນີ້,​ໃນ 8 ປີ​ຂ້າງ​ໜ້າ​ນີ້,ຈີນ​ຈະ​ເຈາະ​ຈົງ​ບົ່ມ​ເພາະ​ແນວ​ພັນ​ທີ່​ມີ​ທ່າ​ແຮງ 16 ປະ​ເພດ​ຄື​ເຂົ້ານາ ​ເຂົ້າ​ບະ​ເລ ​ເຂົ້າສາລີ ຖົ່ວ​ເຫຼືອງ ມັນຝະຣັ່ງ ຝ້າຍ ຜັກ​ນ້ຳມັນ ອ້ອຍ ໝາກ​ໂປມ ໝາກກ້ຽງ ຢາງພາລາ​ທຳ​ມະ​ຊາດ ງົວ​ຊີ້ນ ​ແກະ​ຊີ້ນ ງົວ​ນົມ ໝູ​ແລະ​ຜະລິດ​ຕະພັນ​ນ້ຳ​ສຳລັບສົ່ງ​ອອກ​ເປັນ​ຕົ້ນ.

ອີງ​ຕາມ​ແຜນການ​ດັ່ງກ່າວ,ຈີນ​ຈະ​ຂີດ​ແບ່ງ 58 ​ເຂດມີ​ທ່າ​ແຮງ​ໃນ​ທົ່ວ​ປະ​ເທດ,​ໂຮມ​ສູນຜະລິດ​ແນວ​ພັນ​ຜະລິດ​ຕະພັນ​ກະສິກຳ​ທີ່​ມີທ່າ​ແຮງ 16 ປະ​ເພດດັ່ງກ່າວ.

ແຜນການ​ຂອງ​ກະຊວງ​ກະສິກຳ​ຍັງ​ສະ​ເໜີ​ວ່າ,ຕ້ອງ​ເພີ່ມ​ທະວີ​ການ​ຄົ້ນຄວ້າ​ພັດທະນາ​ວິທະຍາສາດ​ເຕັກ​ໂນ​ໂລ​ຊີ​ແລະ​ການ​ເຜີຍ​ແຜ່​ນຳ​ໃຊ້,ຍົກ​ສູງ​ລະດັບ​ຄວາມ​ປອດ​ໄພ​ດ້ານ​ຄຸນ​ນະພາ​ບຂອງ​ຜະລິດ​ຕະພັນ​ກະສິກຳ​ທີ່​ມີ​ທ່າ​ແຮງ,​ແລະ​ຍົກ​ສູງ​ລະດັບ​ການຈັດ​ຕັ້ງ​ແລະຫັນ​ເປັນອຸດສາຫະກຳ​ຂອງ​ກະສິກຳ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>