ຈີນ​ເພີ່ມການປະກັນ​ສັງຄົມ​ຄົນ​ພິການ​ຢ່າງ​ບໍ່​ຢຸດ​ຢັ້ງ

(GMT+08:00) 2008-09-04 20:54:40 cri
-----------------------------------------------------------------------------------------------------------------

ຕາມ​ຂ່າວສານ​ຊິນ​ຮວາ:ສະຫະພັນ​ຄົນ​ພິການ​ຈີນ​ແຈ້ງ​ໃຫ້​ຊາບ​ວ່າ,​ໃນ​ບໍ່​ເທົ່າ​​ໃດ​ປີ​ມາ​ນີ້,ວຽກ​ງານ​ປະກັນ​ສັງຄົມ​ຂອງ​ຄົນ​ພິການ​ຈີນ​ໄດ້​ກ້າວໜ້າ​ຢ່າງ​ຫຼວງ​ຫຼາຍ.

ອີງ​ຕາມ​ສະຖິຕິທີ່​ຍັງ​ບໍ່ທັນ​ຄົບ​ຖ້ວນ,ປັດຈຸບັນ,ກົດໝາຍ​ທີ່​ກ່ຽວ​ພັນ​ເຖິງ​ການຮັບປະກັນ​ສິດ​ຜົນປະ​ໂຫຍ​ດຂອງ​ຄົນ​ພິການ​ຈີນ​ໄດ້ມີ50ກວ່າ​ສະບັບ.ການປະກອບ​ອາຊີບ​ແລະ​ຈ້າງ​ແຮ​ງງານ​ຄົນ​ພິການ​ໄດ້​ຮັບ​ການ​ປັບປຸງຢ່າງ​ບໍ່​ຢຸດ​ຢັ້ງ,ອັດ​ຕາປະ​ກອບ​ອາຊີບ​ຂອງ​ຄົນ​ພິການກວມ​ຮອດ80ກວ່າ%.​ການ​ກໍ່ສ້າງ​ສິ່ງ​ກໍ່ສ້າງ​ທີ່​ບໍ່​ມີ​ສິ່ງ​ກີດຂວາງ​ໂດຍ​ພື້ນຖານ,ການ​ສ້າງສາ​ຕົວ​ເມືອງທີ່​ບໍ່​ມີ​ສິ່ງ​ກີດຂວາງ100​ແຫ່ງ​ທີ່​ເຜີຍ​ແຜ່​ພາຍ​ໃນ​ທົ່ວ​ປະ​ເທດ​ພວມ​ດຳ​ເນີນ​ຢູ່.

ນອກ​ນີ້,ການ​ປະກັນ​ສັງຄົມ​ຂອງ​ຄົນ​ພິການ​ໄດ້​ເ​ປີດ​ກວ້າງ​ຕື່ມ​ອີກ,ທົ່ວ​ປະ​ເທດ​ ​ມີ​ຄົນ​ພິການທັງ​ໝົດ7ລ້ານ​ກວ່າ​ຄົນ​ໄດ້​ຮັບ​ການ​ປະກັນ​ສັງຄົມ​ໃນ​ຮູບ​ແບບ​ຕ່າງໆ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>