ຈີນ​ໄດ້​ລົງ​ທຶນ​ຢູ່​170​ກວ່າ​ປະ​ເທດ​ແລະ​ເຂດ​ແຄວ້ນ​ໃນ​ໂລກ

(GMT+08:00) 2008-09-06 18:53:23 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວສາ​ນຊິນ​ຮວາ:ວັນ​ທີ6​ກັນຍາ​ນີ້,​ຜູ້​ຮັບຜິ​ດຊອບ​ທີ່​ກ່ຽວ​ຂ້ອງ​ຂອງ​ຄະ​ນະ​ກຳ ມະ​ການ​ພັດ​ທະ​ນາ​ແລະ​ປະຕິ​ຮູບ​ແຫ່ງ​ລັດ​ຈີນ​ກ່າວ​ວ່າ,​ການ​ລົງ​ທຶນ​ຕໍ່​ຕ່າງ​ປະ​ເທດ​ຂອງ​ຈີນ​ໄດ້​ແຈກ​ຢາຍ​ຢູ່170​ກວ່າ​ປະ​ເທດ​ແລະ​ເຂດ​ແຄ້ວ​ນ​ໃນ​ທົ່ວ​ໂລກ,​ຈີນ​ຈະ​ສືບ​ຕໍ່​ສະ​ໜັບ​ສະ​ໜູນ​ວິ​ສາ​ຫະ​ກິດ​ທີ່​ມີ​ເງື່ອນ​ໄຂ​ລົງທຶນ​ຕໍ່​ຕ່າງປະ​ເທດ.

​ໃນ​ກອງ​ປະຊຸມ​ຊຸກຍູ້​ກາ​ນລົງທຶນ​ຂອງ​ຈີນ-ຊູ​ແອັດ​ທີ່​ຈັດ​ຂຶ້ນຢູ່​ເມືອງ​​ເຊ້ຍ​ເມີນ​ຂອງ​ຈີນ,​ຜູ້​ຮັບ​ຜິດ​ຊອບ​ຜູ້​ນີ້​ບອກ​ໃຫ້​ຮູ້​ວ່າ,​ຂົງ​ເຂດ​ການ​ລົງ​ທຶນ​ຕໍ່​ຕ່າງປະ​ເທດ​ຂອງ​ຈີນ​ກວມ​ຫຼາຍ​ຂະ​ແໜງ​ການ ​ເຊັ່ນ ຊັບ​ພະ​ຍາ​ກອນ​ບໍ່​ແຮ່ ​ເຄື່ອງ​ໄຟ​ຟ້າ​ໃຊ້​ໃນ​ເຮືອນ ​​ເຄື່ອງ​ຈັກ​ເອ​ເລັກ​ໂຕຼ​ນິກ ລົດຍົນ​ແລະ​​ສິ່ງປັ່ນ​ທໍ​ເປັນ​ຕົ້ນ.​ວິ​ທີ​ການ​ຮ່ວມ​ມື​ກໍ່​ຄ່ອງ​​ແຄ້ວ​ກວ່າ​ເກົ່າ,​ນອກ​ຈາກ​ວິ​ທີ​ການ​ລົງ​ທຶນ​ແບບ​ດັ້ງ​ເດີມ,​ຍັງ​ເລີ່ມ​ໃຊ້​ວິ​ທີ​ອື່ນ ​ເຊັ່ນ ການ​ຈັດ​ຊື້​ແລະ​ຖື​ຫຸ້ນ​ເປັນ​ຕົ້ນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>