ວຽກ​ງານ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ຈີນ​ໃນ​ຫຼາຍ​ປີ​ມາ​ນີ້​ໄດ້​ຮັບ​ຄວາມ​ຄືບ​ໜ້າ​ໃໝ່​ຢ່າງ​ບໍ່​ຢຸດ​ຢັ້ງ

(GMT+08:00) 2008-09-06 19:21:01 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວສານ​ຊິ່ນຮວາ: ​ໃນຫຼາຍ​ປີ​ມໍ່ໆ​ມາ​ນີ້, ວຽກ​ງານ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ຕົວ​ເມືອງ​ແລະ​ຊົນນະບົດ​ຂອງ​ຈີນ​ໃນ​ດ້ານ​ຕ່າງໆ, ​ເຊັ່ນ: ການ​ສຶກສາ​ພາກ​ບັງຄັບ, ວຽກ​ງານ​ການ​ປິ່ນປົວ​ສາທາ​ລະນະ​ສຸກ​ແລະສະຫວັດດີ​ການ​ສັງຄົມ​ເປັນ​ຕົ້ນ​ໄດ້​ຮັບ​ຄວາມ​ຄືບໜ້າ​ໃໝ່​ຢ່າງ​ບໍ່​ຢຸດ​ຢັ້ງ.

ນັບ​ແຕ່​ປີ​ນີ້​ເປັນ​ຕົ້ນ​ມາ, ​ເງື່ອນ​ໄຂ​ສຶກສາ​ພາກ​ບັງຄັບ​ໃນ​ຊົນນະບົດ​ຈີນ​ສືບ​ຕໍ່​ໄດ້ຮັບ​ການປົວ​ແປງ, ອາຊີວະ​ສຶກສາ​ລະດັບ​ກາງ​ສືບ​ຕໍ່​ພັດທະນາ​ຢ່າງ​ວ່ອງ​ໄວ, ​ພາຍຫຼັງ​ເກີດ​ແຜ່ນດິນ​ໄຫວ​ເວີ້​ນຊ່ວນ​ແລ້ວ, ​ເຂດ​ປະສົບ​ໄພ​ໄດ້​ໃຊ້​ມາດ​ຕະການ​ກູ້​ໄພ​ລັກ​ສະ​ນະ​ຊົ່ວຄາວ​ທີ່​ບັງ​ເກີດ​ຜົນ​ຫຼາຍຢ່າງ, ​ໂຮງຮຽນ​ສ່ວນຫຼາຍ​ໄດ້​ຟື້ນ​ຟູ​ການ​ສິດສອນ​ແລ້ວ.

ພ້ອມ​ກັນ​ນັ້ນ, ສະພາບ​ການ​ພະ​ຍາດ​ຕິດ​ແປດ​ໃນ​ທົ່ວ​ປະ​ເທດອ່າວ​ໝັ້ນ​ທ່ຽງ​ໂດຍ​ລວມ, ລະບອບ​ຮ່ວມ​ມື​ປິ່ນປົວ​ຊົນນະບົດ​ແບບ​ໃໝ່​ປົກ​ຫຸ້ມ​​ກວ້າງ​ກວ່າ​ເກົ່າ, ລະບົບ​ບໍລິການ​ການ​ປິ່ນປົວ​ແລະ​ສາທາ​ລະນະ​ສຸກ​ທົ່ວ​ປະ​ເທດ​ດີ​ຂຶ້ນ​ຕື່ມ​ອີກ.

ລັດຖະບານ​ເປີດ​ກວ້າງ​ຂອບ​ເຂດ​ສະຫວັດດີ​ການ​ແລະການ​ຊ່ອຍ​ເຫຼືອ​ສັງຄົມ​ຢ່າງ​ບໍ່​ຢຸດ​ຢັ້ງ, ຈຳນວນ​ຄົນ​ຮັບການ​ຮັບປະກັນ​ຊີວິດ​ຕ່ຳ​ສຸດ​ໃນ​ຊົນນະບົດ​ທົ່ວ​ປະ​ເທດ​ມີ​ເຖິງ 37 ລ້ານ​ຄົນ, ​ເພີ່ມ​ຂຶ້ນ​ເກືອບ 1 ​ເທົ່າ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ໃນ​ປີ​ກາຍ​ນີ້, ການ​ຮັບ​ປະກັນ​ຊີວິດ​ພື້ນຖານ​ຂອງ​ປະຊາຊົນ​ທຸກ​ຍາກ​ໄດ້​ເພີ່ມ​ທະວີ​ຂຶ້ນ​ຕື່ມ​ອີກ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>