ຈີນ​ພະ​ຍາ​ຍາມ​ເພີ່ມ​ຕຳ​ແໜ່ງ​ວຽກ​ງານ ​ແລະ​ເພີ່ມ​ລາຍ​ຮັບ​ຂອງ​ປະ​ຊາ​ຊົນ​ໃນ​ຕົວ​ເມືອງ​ແລະ​ຊົນ​ນະ​ບົດ

(GMT+08:00) 2008-09-07 18:22:33 cri
-----------------------------------------------------------------------------------------------------------------
ຕາມຂ່າວ​ສານ​ຊິນ​ຮວາ ວັນ​ທີ 7ກັນຍາ​ນີ້:​ແຕ່ປີ​ນີ້​ມາ ລັດຖະບານ​ຈີນ​ໄດ້​ພະຍາຍາມ​ເພີ່ມ​ຕຳ​ແໜ່​ງວຽກ​ງານ, ​ເພີ່ມ​ລາຍ​ຮັບ​ຂອງ​ປະຊາຊົນ, ປັບປຸງ​ການ​ປະກັນ​ສັງຄົມ​ໃຫ້​ສົມບູນ​ຂື້ນ ​ແລະ​ປັບປຸງ​ຄຸນ​ນະພາ​ບຊີວິດການ​ເປັນ​ຢູ່​ຂອງ​ປະຊາຊົນ​ໃນຕົວ​ເມືອງ ​ແລະ​ຊົນນະບົດ.

ເພື່ອ​ຊຸກຍູ້​ການ​ປະກອບ​ອາຊີບ,​ລັດຖະບານ​ສືບ​ຕໍ່​ຖືເອົາ​ການ​ເພີ່ມຕຳ​ແໜ່​ງວຽກ​​ງານ​ ​ແລະ​ຄວບ​ຄຸມອັດຕາ​ຫວ່າງ​ງານ​ເປັນ​ເປົ້າໝາຍ​ສຳຄັນ​ຂອງ​ການ​ດັດສົມ​ມະຫາ​ພາກ ​ເພື່ອ​ຈັດ​ເຂົ້າ​ໃນ​ແຜນການ​ພັດທະນາ​ເສດຖະກິດ ​ແລະສັງຄົມ.​ສະຖິຕິ​ສະ​ແດງ​ໃຫ້​ເຫັນ​ວ່າ 7​ເດືອນ​ຕົ້ນປີ​ນີ້ ຕົວ​ເມືອງ ​ແລະ​ຊົນ​ນະ​ບົດ​ຈີນ​ມີ​ຜູ້​ໄດ້​ວຽກ​ເຮັດ​ງານ​ທຳ​​ໃໝ່​ເຖິງ 7ລ້ານ 5​ແສນ 6ໝື່ນ​ຄົນ, ​ໄດ້​ສຳ​ເລັດ​ແຜນການ​ໝົດ​ປີ​ເຖິງ 76%

6​ເດືອນຕົ້ນ​ປີ​ນີ້, ສະ​ເລ່ຍລາຍ​ຮັບ​ຂອງ​ປະຊາຊົນ​ໃນ​ຕົວ​ເມືອງມີ​ເຖິງ 8.065ຢວນ, ຕົວ​ຈິງ​ເພີ່ມ​ຂື້ນ 6,3%; ສະ​ເລ່ຍ​ແລ້ວລາຍ​ຮັບ​ເງິນສົດ​ຂອງ​ປະຊາຊົນ​ໃນ​ຊົນນະບົດ​ມີ​ເຖິງ 2.528ຢວນ, ​ເພີ່ມ​ຂື້ນຫຼາຍກວ່າ 10%
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>