WAIPAກ່າວ​ວ່າ,ຈີນ​ແມ່ນຈຸດໝາຍ​ປາຍທາງ​ທີ່​ຫຼາຍ​ບໍລິສັດ​ແຕ່າງປະ​ເທດ​ເລືອກ​ໄປ​ລົງທຶນ​ກ່ອນໝູ່

(GMT+08:00) 2008-09-09 16:07:30 cri
-----------------------------------------------------------------------------------------------------------------

ຕາມ​ຂ່າວສານ​ຊິນ​ຮວາ:ວັນ​ທີ8 ກັນຍາ​ນີ້,​ໃນ​ເວທີ​ປາ​ໄສ​ກາ​ນລົງທຶນ​ສາກົນ​ປີ2008ຂອງ​ງານ​ພົບ​ປະການ​ຄ້າ​ການ​ລົງທຶນສາກົນ​ຂອງ​ຈີນ​ຄັ້ງ​ທີ12,ທ່ານ​ອາ​ເລ​​ເຊັນ​​ໂດຼ ​ເຕ​ເຊຣາ ປະທານ​ສະມາຄົມ​ອົງການ​ຊຸກ​ຍູ້​ການ​ລົງທຶນ​ໂລກຫຼືWAIPA​ຊີ້​ອອກ​ວ່າ,ຈີນ​ແມ່ນ​ປະ​ເທດ​ໄດ້​ຮັບ​ການ​ລົງທຶນ​ໂດຍ​ກົງ​ຂອງ​ນັກທຸລະກິດ​ຕ່າງປະ​ເທດ​ໃຫຍ່​ກວ່າ​ໝູ່​ໃນ​ໂລກ, ແມ່ນ​ຈຸດໝາຍ​ປາຍທາງ​ທີ່​ຫຼາຍ​ບໍ​ລິ​ສັດ​ຕ່າງປະ​ເທດ​ເລືອກ​ໄປ​ລົງທຶນ​ກ່ອນໝູ່.

ທ່ານ​ເຕເຊຣາກ່າວ​ວ່າ,ຈີນ​ອອກ​ແຮງ​ປະຕິບັດຕາມ​ພັນທະ​ທີ່​ອົງການ​ການ​ຄ້າ​ໂລກ​ກຳນົດ, ການ​ຄ້າ​ພາຍ​ໃນ​ປະ​ເທດ,ການ​ບໍລິາການ​ທາງ​ການ​ທະນາຄານ,ປະກັນ​ໄພ​ແລະ​ການທ່ອງທ່ຽວ​ພວມ​ໄຂ​ປະຕູ​ສູ່​ພາຍ​ນອກ​ຢ່າງ​ເປັນ​ລະບົບ,​ສິ່ງເຫຼົ່າ​ນີ້​ລ້ວ​ນ​ແຕ່​ຊຸກຍູ້​ການ​ລົງທຶນ​ໂດຍ​ກົງ​ຂອງ​ນັກ​ທຸລະ​ກິດ​ຕ່າງປະ​ເທດ​ຕໍ່​ຈີນ.ອີກດ້ານ​ໜຶ່ງ,ຈີນ​ພວມ​ກາຍ​ເປັນ​ປະ​ເທດ​ລົງທຶນ​ຢູ່​ຕ່າງປະ​ເທດທີ່ສຳຄັນຄື​ກັນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>