ການ​ຮັບ​ເຫມົາ​​​ຂະ​ແຫນງ​ການ​ບໍ​ລິ​ການ​ຢູ່​ຕ່າງ​ປະ​ເທດ​ກາຍ​ເປັນ​ຫົວ​ຈັກ​ໃຫມ່​ທີ່ຊຸກ​ຍູ້​ເສດ​ຖະ​ກິດ​ຈີນ​ໃຫ້​ພັດ​ທະ​ນາ​

(GMT+08:00) 2008-09-11 15:33:18 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວ​ຈາກ​ຫນັງສືພິມ​ເຢີ​ນມີນຢື້​ປ້າວສະບັບ​ວັນ​ທີ 11 ກັນຍາ​ນີ້:ຫວ່າງ​ມໍ່ໆ​ນີ້, ​ໃນ​ງານ​ສຳ​ມະ​ນາຄົ້ນຄວ້າ​ການ​ພັດທະນາ​ສວນ ​ຮັບ​ເຫມົາ​ຂະ​ແຫນງ​ການ​ບໍລິການ​ຢູ່​ຕ່າງປະ​ເທດທີ່​ຈັດ​ຂຶ້ນ​ຢູ່​ເມືອງ​ເຊ້ຍ​ເມີນ,ນາງ​ມາ​ຊິ້ວຫົງ ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ການ​ຄ້າ​ຈີນ​ກ່າວ​ວ່າ,ການ​ຮັບ​ເຫມົາ​ຂະ​ແຫນງ​ການ​ບໍລິການ​ໄດ້​ກາຍ​ເປັນ​ການ​ເລືອກ​ເຟັ້ນດ້ານ​ຍຸດ​ທະ​ສາດ​ສຳຄັນ​ອັນ​ຫນຶ່ງ​ທີ່​ປະ​ເທດ​ພວມ​ພັດທະນາ​ເຂົ້າຮ່ວມ​ການ​ແຂ່ງ​ຂັນ​ໃນ​ສາກົນ,​ໄດ້​ກາຍ​ເປັນ​ຫົວ​ຈັກ​ໃຫມ່​ທີ່​ກະຕຸກ​​ໃຫ້​ເສດຖະກິດ​ຈີນ​ພັດທະນາ.

ສະຖິຕິ​ເບື້ອງ​ຕົ້ນສະ​ແດງ​ໃຫ້​ເຫັນ​ວ່າ, ນັບ​ມາ​ຮອດ​ເດືອນ​ສິນ​ຫາປີນີ້, ວິ​ສາ​ຫະກິດ​ຂອງ​ຈີນ​ທີ່ຮັບ​ເຫມົາການ​ບໍລິການ​ຢູ່​ຕ່າງປະ​ເທດ​​ໄດ້​ມີ​ເຖິງ 2545 ​ແຫ່ງ.

ການ​ຮັບ​ເຫມົາ​ຂະ​ແຫນງ​ການ​ບໍລິການ​ທີ່​ຖື​ການ​ບໍລິການ​ດ້ານ​ຊອຟ​ແວ​ແລະ​ເຕັກນິກ​ຂໍ້​ມູນ​ຂ່າວສານ​ເປັນ​ຫລັກ​ເຊັ່ນ ຮັບ​ເຫມົາ​ດ້ານ​ເຕັກນິກ​ຂໍ້​ມູນ​ຂ່າວສານ​ຫລື ITO ​ແລະ​ການ​ຮັບ​ເຫມົາ​ດ້ານ​ລະບຽບ​ການ​ທຸລະ​ກິດ​ຫລື BPO ​ແມ່ນ​ສ່ວນ​ປະກອບ​ອັນ​ສຳຄັນ​ຂອງ​ຂະ​ແຫນງ​ການ​ບໍລິການ​ຊັ້ນ​ສູງ​ໃນ​ສະ​ໄຫມ​ໃຫມ່,ມີ​ຈຸດ​ພິ​ເສດ​ທີ່​ເປັນ​ໄຮ​ເທັກ ມີ​ມູນ​ຄ່າ​ເພີ່ມ​ຫລາຍ ສິ້ນ​ເປືອງ​ຊັບພະຍາກອນ​ຫນ້ອຍ ​ການ​ເຊື່ອມ​ພິດ​ສິ່ງ​ແວດ​ລ້ອມຫນ້ອຍ ​ສ້າງ​ໂອກາດ​ປະກອບ​ອາຊີ​ບຫລາຍແລະ​ອື່ນໆ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>