ທ່ານ​ຮູ​ຈິນ​ທ່າວ​ກ່າວ​ເນັ້ນ​ວ່າ ​ຕ້ອງ​ເຮັດ​ໃຫ້​ນະ​ໂຍ​ບາຍ​ຕ່າງໆ​ທີ່​ສ້າງ​ຜົນ​ປະ​ໂຫຍດ​ແກ່​ຊາວ​ກະ​ສິ​ກອນ​ນັ້ນ​ເກີດ​ມີ​ຜົນ​ປະ​ໂຫຍດ​ຕົວ​ຈິງ

(GMT+08:00) 2008-09-11 18:06:40 cri
-----------------------------------------------------------------------------------------------------------------
​ຕາມ​ຂ່າວCRI:​ແຕ່​ວັນ​ທີ8​ຫາ​ວັນ​ທີ10​ກັນຍາ,​ໃນ​ເວລາ​ກວດກາ​ນຢູ່​ຊົນນະບົດ​ແຂວງ​ເຮີ​ນານ,​ທ່ານ​ຮູ​ຈິນທ່າວ ປະ​ທານ​ປະ​ເທດ​ຈີນ​ກ່າວ​ວ່າ,​ຕ້ອງ​ເຮັດ​ໃຫ້​ນະ​ໂຍ​ບາຍ​ຕ່າງໆ​ທີ່​ສ້າງ​ຜົນ​ປະ​ໂຫຍດ​ແກ່​ຊາວ​ກະ​ສິ​ກອນ​ນັ້ນ​ເກີດ​ມີ​ຜົນ​ປະ​ໂຫຍດ​ຕົວ​ຈິງ,​ນີ້​ສອດ​ຄ່ອງ​ກັບ​ຄວາມ​ປາ​ຖະ​ໜາ​ໃໝ່​ຕໍ່​ຊີ​ວິດ​ອັນ​ດີ​ງາມ​ຂອງ​ຊາວ​ກະ​ສິ​ກອນ,​ຍຶດ​ໝັ້ນ​ຊຸກ​ຍູ້​ການ​ສ້າງ​ສາ​ຊົນ​ນະ​ບົດ​ສັງ​ຄົມ​ນິຍົມ​ແບບ​ໃໝ່.

ວັນ​ທີ10​ກັນຍາ​ນີ້​ແມ່ນ​ວັນ​ຄູ​​​ເທື່ອ​ທີ24​ຂອງ​ຈີນ,​ໃນ​ວັນນີ້,ທ່ານ​ຮູ​ຈິນ​ທ່າວ ປະ​ທານ​ປະ​ເທດ​ຈີນ​ຍັງ​ໄດ້​​ໄປ​ຢ້ຽມ​ຢາມ​ໂຮງ​ຮຽນ​ການ​ສຶກ​ສາ​ພິ​ເສດ​ແຫ່ງ​ໜຶ່ງ​ແລະ​ໂຮງ​ຮຽນ​ມັດ​ທະ​ຍົມ​ຊົນ​ນະ​ບົດ​ແຫ່ງ​ໜຶ່ງ​ຢູ່​ແຂວງ​ເຮີ​ນານ,​ໃນ​ເວລາ​ຢ້ຽມ​ຢາມ​ນັກ​ຮຽນ​ແລະ​ຄູ​ສອນ,​ທ່ານ​ຮູ​ຈິນ​ທ່າວ​ກ່າວ​ວ່າ,​ຕ້ອງ​ໃຫ້​​ເດັກ​ພິ​ການ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ຫຼາຍ ກວ່າ​ເກົ່າ​ແລະ​ການ​ສຶກ​ສາ​ດີ​ກວ່າ​ເກົ່າ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>