8​ເດືອນ​ທຳ​ອິດ​ປີ​ນີ້ ຍອດ​ມູນ​ຄ່າ​ນຳ​ເຂົ້າ​ແລະ​ສົ່ງ​ອອກ​ສິນ​ຄ້າ ຂອງ​ແຂວງ​ຢູນ​ຫນານ​ຈີນ​ມີ​ເຖິງ 7​ຕື້​ໂດ​ລາ

(GMT+08:00) 2008-09-14 16:48:11 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວ​CRI: ຕາມ​ສະຖິຕິ​ຂອງ​ດ່ານ​ພາສີ​ຄຸນ​ຫມິ​ງ, ນັບ​ແຕ່​ເດືອນ​ມັງກອນ​ຈົນ​ຮອດ​ເດືອນ​ສິງຫາ​ປີ​ນີ້ ຍອດ​ມູນ​ຄ່າ​ນຳ​ເຂົ້າ ​ແລະ​ສົ່ງ​ອອກ​ສິນຄ້າ ​ແຂວງ​ຢູນຫນານຢູ່ ພາກ​ຕາ​ເວັນ​ຕົກ​ສ່ຽງ​ໃຕ້ຂອງຈີນ ​ມີ​ເຖິງ 7ຕື້ 60ລ້ານ​ໂດ​ລາ, ທຽບ​ໃສ່​ໃນ​ເວລາ​ດຽວ​ກັນ​ຂອງ​ປີ​ກາຍ​ເພີ່ມ​ຂຶ້ນ 30%, ​​ແລະເສຍປຽບ​ດຸນການ​ຄ້າ 130ລ້ານ​ໂດ​ລາ.

ນັບ​ແຕ່​ເດືອນ​ມັງກອນ​ຈົນ​ຮອດ​ເດືອນສິງຫາປີ​ນີ້​ ຍອດ​ມູນ​ຄ່າ​ການ​ຄ້າລະຫວ່າງ​ແຂວງ​ຢູນຫນານ​ກັບ​ສະຫະພາບ​ເອີຣົບມີ​ເຖິງ 700ລ້ານ​ໂດ​ລາ, ​ເພີ່ມ​ຂື້ນ 64%, ​ໃນ​ນັ້ນ ​ເພີ່ມ​ຂື້ນຫຼາຍກວ່າ​ໝູ່​ແມ່ນ​ປະ​ເທດ​ເຢຍລະມັນ; ​ ​ແຕ່​ການ​ຄ້າ​ກັບປະ​ເທດ​ອາ​ຊຽນພັດຫຼຸດລົງ, ການ​ຄ້າຫຼຸດລົງ​ອ່າວຫຼາຍ ​ແມ່ນ​ປະ​ເທດ​ຫວຽດນາມ ​ແລະ​ອິນ​ໂດ​ເນ​ເຊຍ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>