ທະນາຄານ​ກາງ​ຈີນ​ຕົກ​ລົງ​ປັບ​ດອກ​ເບ້ຍ​ເງິນ​ກູ້​ແລະ​ອັດ​ຕາ​ຄັງ​ສຳ​ຮອງ​ເງິນ​ຝາກ​ໃຫ້​ຕ່ຳ​ລົງ

(GMT+08:00) 2008-09-15 19:04:17 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວCRI:ວັນ​ທີ 15 ກັນຍາ​ນີ້, ທະນາຄານ​ປະຊາຊົນ​ຈີນ​ຊຶ່ງ​ເປັນ​ທະນາຄານ​ກາງ​ຂອງຈີນ​ປະກາດ​ວ່າ, ​ເພື່ອ​ຜັນ​ຂະຫຍາຍ​ການຈັດ​ວາງ​ວຽກ​ງານ​ເສດຖະກິດ​ໃນ 6 ​ເດືອນ​ທ້າຍ​ປີ​ຂອງ​ລັດ, ​ແກ້​ໄຂ​ບັນຫາ​ພົ້ນ​ເດັ່ນ​ທີ່​ມີ​ຢູ່​ໃນ​ການ​ໝູນ​ເດີນຂອງ​ເສດຖະກິດ​ໃນ​ປັດຈຸບັນ, ຮັກສາ​ໃຫ້​ເສດຖະກິດ​ແຫ່ງ​ຊາດ​ພັດທະນາ​ຢ່າງ​ໝັ້ນທ່ຽງ​​ແລະອ່າວ​ໄວຢ່າງ​ສືບ​ເນື່ອງ, ທະນາຄານ​ກາງ​ຕົກລົງ​ປັບ​ອັດຕາ​ດອກ​ເບ້ຍ​ພື້ນຖານເງິນ​ກູ້​ເງິນຢວນແລະ​ອັດຕາ​ຄັງ​ສຳຮອງ​​ເງິນ​​ຝາກ​ເງີນຢວນ​ຂອງທະນາຄານຜ້ານ​ກາງ​ແລະ​ນ້ອຍ​ໃຫ້​ຕ່ຳລົງ.

ແຕ່​ວັນ​ທີ 16 ກັນຍາ 2008 ​ເປັນຕົ້ນ​ໄປ, ປັບອັດຕາ​ດອກ​ເບ້​ຍ​ກູ້​ເງິນຢວນ​ໄລຍະ​ໜຶ່ງ​ປີ​ໃຫ້​ຕ່ຳລົງ 0.27%.

ແຕ່​ວັນ​ທີ 25 ກັນຍາ 2008 ​ເປັນຕົ້ນ​ໄປ, ນອກຈາກ​ທະນາຄານ​ອຸດສາຫະກຳ​ການ​ຄ້າ, ທະນາຄານ​ກະສິກຳ, ທະນາຄານ​ຈີນ, ທະນາຄານ​ກໍ່ສ້າງ, ທະນາຄານ​ຄົມມະນາຄົມ, ​ແລະ​ທະນາຄານ​ອອມ​ສິນ​ໄປສະນີຍັງ​ບໍ່​ປັບ​ລົງ​​ເທື່ອ​ແລ້ວ, ອັດຕາ​ຄັງ​ສຳຮອງ​ເງິນ​ຝາກຂອງ​ທະນາຄານ​ປະ​ເພດ​​ເງິນ​ຝາກ​ອື່ນ​ໆຈະ​ປັບ​ໃຫ້​ຕ່ຳລົງ 1%.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>