ບົດ​ລາຍ​ງານຂອງADBຮັກສາ​ການ​ຄາດ​ຄະ​ເນ​ເສດຖະກິດ​ຈີນ​ເຕີບ​ໂຕ10%​ໃນ​ປີ​ນີ້

(GMT+08:00) 2008-09-16 18:11:41 cri
-----------------------------------------------------------------------------------------------------------------

ຕາມ​ຂ່າວcri:​ໃນບົດລາຍ​ງານ​ສະບັບ​ໜຶ່ງ​ທີ່​ເຜີຍ​ແຜ່ໃນ​ວັນ​ທີ16 ກັນຍາ​ນີ້,ທະນາຄານ​ພັດທະນາ​ອາຊີ​ຫຼືADBຍັງຮັກສາ​ການ​ຄາດ​ຄະ​ເນເສດຖະກິດ​ຈີນ​​ເຕີບ​ໂຕ10%​ໃນ​ປີ​ນີ້​ກ່ອນ​ຫຼາຍ​ເດືອນ.ບົດ​ລາຍ​ງານ​ສະບັບ​ນີ້​ກ່າວ​ວ່າ,ຕົ້ນ​ທຶນ​ຜະລິດ​ທີ່​​ເພີ່ມ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງແລະ​ຄວາມ​ຕ້ອງການ​ຂອງ​ພາຍ​ນອກທີ່​ຫຼຸ​ດລົງ​ຢ່າງ​ຕໍ່​ເນື່ອງ​ຈະ​ເຮັດ​ໃຫ້ການ​ຂາ​ອອກ​ຂອງ​ຈີນ​ຊ້າ​ລົງ​ຕື່ມ​ອີກ​ໃນ​ໄລຍະ​ໜຶ່ງ​ຕໍ່ໜ້າ.

ລາຄາ​ຂອງນ້ຳມັນ​​ດິບ​ແລະ​ສິ້ນ​ຄ້າ​ສ່ວນ​ຫຼາຍສູງ​ຂຶ້ນ​ຈະ​ເຮັດ​ໃຫ້​ມູນ​ຄ່າ​ນຳ​ເຂົ້າຂອງ​ຈີນ​ຍົກ​ສູງ​ຂຶ້ນ.​ໃນ​ຂະນະ​ດຽວ​ກັນ,ລາຍ​ໄດ້​ຂອງ​ປະຊາຊົນ​ໃນ​ເມືອງ​ສືບ​ຕໍ່​​ເພີ່ມ​ຂຶ້ນ,ງົບປະມານ​ຂອງ​ລັດ​ທີ່​ໃຊ້​ໃນ​ການ​ສຶກສາ,ສາທາລະນະ​ສຸກ​ແລະ​ການປະກັນ​ສັງຄົມ​ເພີ່ມ​ຂຶ້ນຢ່າງ​ບໍ່​ຢຸດ​ຢັ້ງ,ຈະ​ພາ​ໃຫ້ການ​ບໍລິ​​ໂພ​ກພາຍ​ໃນ​ປະ​ເທດ​ຈີນ​​ເຕີບ​ໂຕ.ຍ້ອນ​ປັດ​​ໄຈ​ດັ່ງກ່າວ,ທະນາຄາ​ພັດທະນາ​ອາຊີຊຶ່ງ​ຍັງ​ຮັກສາ​ການຄາດ​ຄະ​ເນ​ການ​ເຕີບ​ໂຕ​ຂອງເສດຖະກິດ​ຈີນ​ໃນ​ປີ​ນີ້​ໄວ້​ຄື​​ເກົ່າ.

ໃນ​ຂະນະ​ດຽວ​ກັນ,ບົດ​ລາຍ​ງານ​ສະບັບ​ນີ້ຄາດ​ຄະ​ເນ​ລາຄາ​ບໍລິ​ໂພ​ກຂອງ​ປະຊາຊົນ​ຈີນ​ໃນ​ປີ​ນີ້​ຈາກ5,5%​ໃຫ້ສູງ​ຂຶ້ນ​ຮອດ7%,​ສາ​ເຫດ​ແມ່ນ​ລາຄາ​ສິນ​ຄ້າ​ໃນ​6ເດືອນ​ຕົ້ນ​ປີ​ນີ້​ເພີ່ມ​ສູງ​ຂຶ້ນ​ຫຼາຍ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>