ຊຸດ​​ອະ​ວະ​ກາດຂອງ​ຈີນ​ສະມາດ​ຕອບ​ສະໜອງ​ຄວາມ​ຕ້ອງການ​ຂອງໜ້າ​ທີ່​ການບິນ​ຂອງ​ຍານ​ອະວະກາດ​"​ເສີນ​ໂຈ່​ວ​ເລກ 7 "

(GMT+08:00) 2008-09-17 16:39:06 cri
-----------------------------------------------------------------------------------------------------------------

ຕາມ​ຂ່າວສານ​ຊິນ​ຮວາ: ວັນ​ທີ 16 ກັນຍາ​ນີ້ຢູ່​ທີ່ປັກ​ກິ່ງ, ​ໂຄສົກ​ໂຄງການບິນ​ອະວະກາດ​ບັນທຸກ​ມະນຸດ​ຂອງຈີນ​​ເປີດ​ເຜີຍ​ວ່າ, ຊຸດ​ນັກ​ບິນ​ອະວະກາດ​ທີ່​ຈີນ​ຄົ້ນຄວ້າ​ຜະລິດ​​ເອງ​ໄດ້​ຜ່ານ​ການ​ກວດກາ​ຢ່າງ​ເຄັ່ງ​ຄັດ​ຂອງ​ຜູ້​ຊ່ຽວຊານ, ມາດຕະຖານ​ດ້ານເຕັກນິດຕ່າງໆ​ໄດ້​ຕາມ​ຄວາມ​ຕ້ອງການ​ໜ້າ​ທີ່​ການບິນ​ຂອງ​ຍົນ​ອະວະກາດ"​ເສີນ​ໂຈ່​ວ​ເລກ 7 "ຢ່າງ​ສົມບູນ.

​ໂຄສົກ​ດັ່ງກ່າວ​ເປີດ​ເຜີຍ​ວ່າ, ຊຸດ​ນັກ​ບິນ​ອະວະກາດ​ຊຸດ​ໜຶ່ງ​ໜັກ​ປະມານ 120 ກິ​ໂລ, ມູນ​ຄ່າປະມານ 30 ລ້ານ​ຢວນ.

ທ່ານ​​ແຈ້ງວ່າ, ຊຸດ​ນັກ​ບິນ​ອະ​ວະ​ກາດ​ສາມາດ​ສະໜອງ​ອາກາດ​ໄດ້​ດີ ມີອັອກຊີ​ແຊນ​​ພຽງພໍ ອຸນຫະ​ພຸມ​ແລະ​ຄວາມ​ຊຸ່ມ​ຢ່າງ​ເໝາະ​ສົມ​ໃຫ້​ແກ່​ນັກ​ບິນ​ອະວະກາດ, ສາມາດປ້ອງ​ກັນການ​ທຳລາຍ​ຂອງ​ລັງສີ ດາວ​ສະ​ເດັດ​ນ້ອຍ​ແລະ​ຂີ້​ເຫຍື້ອອະວະກາດ​ຕໍ່​ນັກ​ບິນ​ອະວະກາດ, ຊຸດ​ນັກ​ບິນ​ອະວະກາດ​ຍັງ​ສາມາດ​ຮັບປະກັນ​ການ​ສື່ສານ​ທາງ​ໄກ​ໄດ້​ອີກ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>